ວັນທີ 7 ມັງກອນ 2026 – Tether ບໍລິສັດໃຫຍ່ທີ່ສຸດໃນອຸດສະຫະກຳຊັບສິນດິຈິຕອນ ແລະ Bitqik ສູນຊື້-ຂາຍຊັບສິນດິຈິຕອນທີ່ໄດ້ຮັບອະນຸຍາດໃນລາວ ໄດ້ປະກາດການຮ່ວມມືດ້ານຍຸດທະສາດທີ່ມີເປົ້າຫມາຍສົ່ງເສີມຄວາມຮູ້ທາງການເງິນກ່ຽວກັບ ບິດຄອຍ (Bitcoin) ແລະ Stablecoin ໃນ ສປປ ລາວ.

Bitqik ເປັນສູນຊື້-ຂາຍຊັບສິນດິຈິຕອນໃນປະເທດລາວ ເຊິ່ງໃຫ້ບໍລິການຊື້-ຂາຍເງິນຄຣິບໂຕ ແລະຊັບສິນດິຈິຕອນທີ່ຫລາກຫລາຍ ໂດຍມີພາລະກິດໃນການນຳສະເຫນີຜະລິດຕະພັນ ແລະບໍລິການທີ່ຊ່ອຍໃຫ້ທຸກຄົນ ສາມາດຮັບສົ່ງເງິນຄຣິບໂຕໄດ້ທຸກທີ່ທຸກເວລາຢ່າງສະດວກ ສະບາຍ ແລະປອດໄພ. ບິດຄິກເຊື່ອຫມັ້ນວ່າ ຊັບສິນດິຈິຕອນແບບກະຈາຍສູນ ຈະເປັນຈຸດປ່ຽນຂອງເສດຖະກິດໂລກ ແລະເສລີພາບທາງການເງິນຈະກາຍເປັນສິ່ງຂັບເຄື່ອນນະວັດຕະກຳທາງເສດຖະກິດ, ເພີ່ມປະສິດຕິພາບ ແລະຄວາມເທົ່າທຽມຂອງການເຂົ້າເຖິງລະບົບການເງິນໄດ້ທົ່ວໂລກ ເຊິ່ງສອດຄ່ອງກັບພາລະກິດຂອງ Tether ຢ່າງສົມບູນແບບ.

ພາຍໃຕ້ການຮ່ວມມືໃນຄັ້ງນີ້ Bitqik ມີເປົ້າຫມາຍຂະຫຍາຍການເຂົ້າເຖິງເທັກໂນໂລຍີບລັອກເຊນ ໂດຍການສົ່ງເສີມແລະໃຫ້ຄວາມຮູ້ແກ່ຕະຫລາດລາວ ກ່ຽວກັບ USD₮ ແລະບົດບາດຂອງ Stablecoin ໃນການຂັບເຄື່ອນການເຂົ້າເຖິງລະບົບການເງິນ. ໂຄງການລິເລີ່ມນີ້ ອອກແບບມາເພື່ອສ້າງຄວາມເຊື່ອຫມັ້ນ ແລະຄວາມຫມັ້ນໃຈໃນ Stablecoin ໂດຍວາງຕຳແຫນ່ງໃຫ້ USD₮ ເປັນປັດໃຈສຳຄັນໃນການເຂົ້າເຖິງການລົງທຶນດ້ານຊັບສິນດິຈິຕອນ, ການໂອນເງິນ ແລະເປັນສ່ວນນຶ່ງໃນລະບົບການເງິນຍຸກດິຈິຕອນ ເພື່ອໃຫ້ກຸ່ມຄົນໃນສັງຄົມ ນັກຮຽນນັກສຶກສາ ແລະຜູ້ປະກອບການເຂົ້າເຖິງການປະຍຸກໃຊ້ Stablecoin ໄດ້ຫລາຍຂຶ້ນ.

ເພື່ອໃຫ້ບັນລຸເປົ້າຫມາຍນີ້ Bitqik ຈະຈັດກິດຈະກຳຂຶ້ນໃນເມືອງຫລັກໆເຊັ່ນ: ວຽງຈັນ, ປາກເຊ, ວັງວຽງ, ຫລວງພະບາງ ໂດຍເນັ້ນຫນັກໃຫ້ຄວາມຮູ້ກ່ຽວກັບ Stablecoin ແລະການຊື້-ຂາຍເງິນຄຣິບໂຕ. ກິດຈະກຳເຫລົ່ານີ້ແມ່ນເພື່ອເສີມສ້າງຄວາມຮູ້ ແລະທັກສະໃຫ້ກັບຜູ້ເຂົ້າຮ່ວມ ຊ່ອຍໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ແລະເຂົ້າໃຈກ່ຽວກັບເສດຖະກິດດິຈິຕອນຫລາຍຂຶ້ນ. ນອກນັ້ນຈະມີການສ້າງສື່ອອນລາຍສຳລັບຮຽນຮູ້ ແລະສົ່ງເສີມການເຂົ້າເຖິງຊັບສິນດິຈິຕອນຢ່າງຖືກຕ້ອງແລະຄົບຖ້ວນ. ໂຄງການນີ້ມີເປົ້າຫມາຍ ສ້າງຄວາມຮູ້ໃຫ້ສັງຄົມລາວຫລາຍກວ່າ 10.000 ຄົນ ເຂົ້າໃຈກ່ຽວກັບຊັບສິນດິຈິຕອນຫລາຍຂຶ້ນ ຜ່ານການຈັດສຳມະນາ, ເຮັດ Roadshow ແລະຄອນເທັ້ນອອນລາຍ ໂດຍວາງຕຳແຫນ່ງໃຫ້ USD₮ ເປັນ Stablecoin ທີ່ໄດ້ຮັບຄວາມໄວ້ວາງໃຈແລະນິຍົມໃຊ້ໃນຕະຫລາດລາວ.

ທ່ານ ເປົາໂລ ອາດຸຍໂນ CEO ຂອງ Tether ກ່າວວ່າ: “ພວກເຮົາຕື່ນເຕັ້ນສະເຫມີ ເມື່ອມີໂອກາດໄດ່ຮ່ວມມືກັບອົງກອນທີ່ມີວິໄສທັດກວ້າງໄກໃນພູມມິພາກຕ່າງໆ ເພື່ອນຳສະເຫນີການສຶກສາທາງການເງິນ ແລະສົ່ງເສີມການໃຊ້ຊັບສິນດິຈິຕອນຢ່າງຖືກຕ້ອງ ເພື່ອໃຫ້ທຸກຄົນສາມາດເຂົ້າຮ່ວມເປັນສ່ວນນຶ່ງໃນເສດຖະກິດດິຈິຕອນໄດ້ຢ່າງດີ, ໂລກຂອງເງິນຄຣິບໂຕນັ້ນມີການພັດທະນາຢູ່ຕະຫລອດເວລາ ແລະພວກເຮົາຕ້ອງການໃຫ້ໂອກາດນີ້ເຂົ້າເຖິງທຸກຄົນໃນທຸກສະຖານທີ່ຢ່າງຖືກວິທີ ນັ້ນຄືເຫດຜົນທີ່ເຮົາເຮັດວຽກຮ່ວມກັບບໍລິສັດຢ່າງ Bitqik ເພື່ອເຊື່ອມໂຍງຊ່ອງຫວ່າງໂດຍການໃຫ້ຂໍ້ມູນທີ່ລະອຽດແລະຖືກຕ້ອງ”

ທ່ານ ວິຣະສັກ ວີຣະວົງ CEO ຂອງ Bitqik ກ່າວວ່າ: “ບິດຄິກ ມີຄວາມຍິນດີເປັນຢ່າງຍິ່ງທີ່ໄດ້ຮ່ວມມືກັບ Tether ເຊິ່ງເປັນບໍລິສັດຊັ້ນນຳໃນອຸດສາຫະກຳຊັບສິນດິຈິຕອນລະດັບໂລກ. ໃນສູນຊື້-ຂາຍເງິນຄຣິບໂຕ Bitqik Exchange ເອງມີຟັງຊັນໃນການເທຣດແລະແລກປ່ຽນຄຣິບໂຕ ໂດຍນຳໃຊ້ USD₮ ເປັນຫລັກ, ນອກນັ້ນໃນພາກສ່ວນຂອງ Bitqik Academy ກໍຈະມີກິດຈະກຳສົ່ງເສີມຄວາມຮູ້ແກ່ຄົນລາວ ໃຫ້ເຂົ້າໃຈເລື່ອງເທັກໂນໂລຍີບລັອກເຊນ ແລະ ຊັບສິນດິຈິຕອນຫລາຍຂຶ້ນ ເຊັ່ນການລົງທຶນໃນບິດຄອຍ ແລະການນຳໃຊ້ Stablecoin ໂດຍສະເພາະ USD₮ ທີ່ເປັນ Stablecoin ຫລັກທີ່ໄດ້ຮັບຄວາມນິຍົມໃນຕະຫລາດລາວ. ການຮ່ວມມືໃນຄັ້ງນີ້ຈະເຮັດໃຫ້ຄົນລາວໄດ້ມີໂອກາດເຂົ້າເຖິງຊັບສິນດິຈິຕອນຫລາຍຂຶ້ນ ຜ່ານກິດຈະກຳຕ່າງໆທີ່ຈະເກີດຂຶ້ນຕະຫລອດປີ 2026”

ກ່ຽວກັບ Tether ແລະ USD

Tether ເປັນຜູ້ບຸກເບີກດ້ານເທັກໂນໂລຍີຫລຽນ Stablecoin ເຊິ່ງຂັບເຄື່ອນເພື່ອປະຕິວັດພາບລວມຂອງລະບົບການເງິນໂລກ. ພາລະກິດຫລັກຂອງບໍລິສັດແມ່ນການສ້າງໂຄງລ່າງພື້ນຖານດ້ານການເງິນ, ການສື່ສານ ແລະພະລັງງານ ທີ່ເຂົ້າເຖິງໄດ້ງ່າຍ, ປອດໄພ ແລະມີປະສິດຕິພາບສູງ. Tether ຊ່ອຍເພີ່ມທາງເລືອກການເຂົ້າເຖິງລະບົບການເງິນ ແລະຄວາມຫມັ້ນຄົງໃນການສື່ສານ, ສົ່ງເສີມການເຕີບໂຕທາງເສດຖະກິດ ແລະເສີມສ້າງສັກກະຍະພາບໃຫ້ກັບບຸກຄົນ ແລະພາກທຸລະກິດໃຫ້ເຂັ້ມແຂງ.

ໃນນາມຜູ້ສ້າງຫລຽນ Stablecoin ທີ່ໃຫຍ່ທີ່ສຸດ ໂປ່ງໃສທີ່ສຸດ ແລະມີສະພາບຄ່ອງຫລາຍທີ່ສຸດໃນອຸດສາຫະກຳນີ້, Tether ມຸ່ງຫມັ້ນທີ່ຈະສ້າງໂຄງລ່າງພື້ນຖານທີ່ຍືນຍົງ ແລະຄ່ອງໂຕ ເພື່ອສົ່ງເສີມກຸ່ມຄົນທີ່ຂາດໂອກາດ ໂດຍອາໄສເທັກໂນໂລຍີບລັອກເຊນ ແລະເທັກໂນໂລຍີແບບ Peer-to-Peer ທີ່ທັນສະໄຫມ, ເພື່ອຮັບປະກັນວ່າຈະເຊື່ອມໂຍງຊ່ອງຫວ່າງລະຫວ່າງລະບົບການເງິນແບບດັ້ງເດີມ ແລະລະບົບການເງິນແບບກະຈາຍສູນທີ່ກຳລັງມີບົດບາດສູງໃນລະບົບເສດຖະກິດໂລກໃນປັດຈຸບັນ.

7 January 2026   – Tether, the largest company in the digital asset industry, and Bitqik, a licensed digital asset exchange in the country, are announcing a strategic collaboration aimed at promoting financial literacy on Bitcoin and Stablecoins in Laos.  

Bitqik is a local licensed exchange in Laos that offers full brokerage and trading services in cryptocurrencies and other digital assets, with the mission to provide products and services that anyone, anywhere, can easily and securely send and receive cryptocurrency. They believe that decentralized digital currency will fundamentally reshape the global economy and that financial freedom will drive further economic innovation, efficiency, and equality worldwide, which aligns perfectly with our mission at Tether.

Through this collaboration, Bitqik aims to expand access to blockchain solutions by promoting and educating the Laotian market about USD₮ and the role of stablecoins in driving financial inclusion. This initiative is designed to build trust and confidence in stablecoins, positioning USD₮ as a key enabler for investment in cryptocurrencies, remittances, and digital finance in Laos, and encouraging communities, students, and entrepreneurs to incorporate stablecoin solutions.

To achieve this, Bitqik will host quarterly events in central cities, including Vientiane, the capital; Pakse; Vangvieng; and Luang Prabang, with a focus on Stablecoins and Crypto trading. These events are designed to empower participants with knowledge and skills, helping them actively participate in the digital economy. They will also develop online educational content for students and promote informed use cases for digital assets. This initiative aims to educate 10,000+ people through seminars, roadshows, and online content focused on USD₮ while positioning Tether as the most trusted and widely used stablecoin in the Laos market.

“We are always very excited at the opportunity to collaborate with great minds in various region to bring financial education and promote the informed use of digital assets so that everyone can participate actively in the digital economy, the world of cryptocurrency is constantly evolving and we want this opportunity to be available to everyone everywhere the right way, that is why we are working with companies like Bitqik to bridge the gap by providing the necessary valuable insights required,” said Paolo Ardoino, CEO of Tether.

“Bitqik is very pleased to collaborate with Tether, a world-leading company in the digital asset industry. On the Bitqik Exchange users can trade and convert between crypto and fiat currencies, primarily using USD₮. In addition, the Bitqik Academy will organize activities to promote and educate the Lao community on blockchain technology and digital assets, including Bitcoin investment and the use of stablecoins especially USD₮, which is the most widely used stablecoin in the Lao market. This collaboration will provide Lao people with greater access to digital assets through various activities throughout 2026,” said Virasack Viravong, CEO of Bitqik.

About Tether and USD

Tether is a pioneer in stablecoin technology, driven to revolutionize the global financial landscape. Its mission is to provide accessible, secure, and efficient financial, communication, and energy infrastructure. Tether enables greater financial inclusion and communication resilience, fosters economic growth, and empowers individuals and businesses.

As the creator of the industry’s largest, most transparent, and liquid stablecoin, Tether is dedicated to building sustainable and resilient infrastructure for the benefit of underserved communities. By leveraging cutting-edge blockchain and peer-to-peer technology, it is committed to bridging the gap between traditional financial systems and the potential of decentralized finance.


#bitqik #bitqikExchange #Tether #USDt #bitqikxtether #stablecoin

Comments are disabled.