Want to join our team?

Help us create a new financial world

Build the future of finance

 

Join us to make the financial system more efficient, highly affordable and secured to everyone everywhere.

Our employees benefits.

At bitqik, we build you as a great person to have healthy and fulfilling careers.
Be part of our dynamic team!

Remote work

Mentorship and crypto training

Speaking/Conference opportunities

Competitive salary

Training and development

Community events

Flexible working hours

Team building activities

Health insurance

Open opportunities

ຜູ້ຊ່ວຍຜູ້ບໍລິຫານ (Executive Assistant)01 ຕໍາແໜ່ງ

ໜ້າທີ່ຮັບຜິດຊອບ

  • ເປັນຜູ້ຊ່ວຍຜູ້ບໍລິຫານ ໃນການຕິດຕໍ່ປະສານງານ ທັງພາຍໃນແລະພາຍນອກບໍລິສັດ 
  • ຈັດການເລື່ອງນັດຫມາຍ, ການປະຊຸມ, ການຈອງຕ່າງໆສຳລັບຜູ້ບໍລິຫານ ແລະແຂກສຳຄັນຂອງບໍລິສັດ 
  • ເກັບກຳແລະບັນທຶກເອກະສານ ການຕິດຕໍ່ປະສານງານແລະປະຊຸມກັບພາກສ່ວນຕ່າງໆ 
  • ຕອບຂໍ້ຄວາມ, ຮັບໂທລະສັບ ແລະ ອີເມລສຳຄັນ ຊ່ອຍຜູ້ບໍລິຫານ ແລະລາຍງານຕິດຕາມວຽກໃຫ້ຜູ້ບໍລິຫານຮັບຊາບ 
  • ກວດສອບຄວາມຖືກຕ້ອງຂອງເອກະສານຕ່າງໆຊ່ອຍຜູ້ບໍລິຫານ 
  • ກະກຽມເອກະສານ, ບົດນຳສະເຫນີ ແລະລາຍງານວຽກຕ່າງໆທີ່ໄດ້ຮັບມອບຫມາຍຈາກຜູ້ບໍລິຫານ 
  • ຕິດຕາມຜູ້ບໍລິຫານໄປປະຕິບັດວຽກນອກສະຖານທີ່ 
  • ປະຕິບັດວຽກອື່ນໆ ຕາມຫນ້າວຽກທີ່ໄດ້ຮັບມອບຫມາຍຈາກຜູ້ບໍລິຫານ.

ເງື່ອນໄຂຜູ້ສະໝັກ

  • ບໍ່ຈຳກັດເພດ 
  • ອາຍຸບໍ່ເກີນ 30 ປີ 
  • ມີຄວາມຮັບຜິດຊອບ, ເຮັດວຽກລະອຽດຮອບຄອບ ແລະມີໄຫວພິບແກ້ໄຂບັນຫາດີ 
  • ມີທັກສະການສື່ສານ, ການຕິດຕໍ່ປະສານງານ ແລະການເຈລະຈາຕໍ່ລອງທີ່ດີ 
  • ເຮັດວຽກຢ່າງເປັນລະບົບ ແລະຈັດລຳດັບຄວາມສຳຄັນຂອງຫນ້າວຽກໄດ້ດີ 
  • ສາມາດປະຕິບັດວຽກພາຍໃຕ້ຄວາມກົດດັນ ແລະແກ້ໄຂບັນຫາສະເພາະຫນ້າໄດ້ດີ 
  • ມີຄວາມສາມາດໃນການນຳໃຊ້ຄອມພິວເຕີ, ໂປຣແກຣມ MS Office, CANVA, ນຳໃຊ້ແອັບແຊັດຕ່າງໆ ແລະຕອບອີເມລໄດ້ດີ 
  • ຕ້ອງສື່ສານ ແລະຂຽນ ພາສາອັງກິດໄດ້ຢ່າງດີ (ຖ້າໄດ້ພາອື່ນໆເພີ່ມຕື່ມຈະພິຈາລະນາເປັນພິເສດ) 
  • ມີປະສົບການໃນວຽກເລຂາ ຫລືຜູ້ຊ່ອຍຜູ້ບໍລິຫານ 
  • ມີບຸກຄະລິດກະພາບດີ, ມີມະນຸດສຳພັນດີ.
ພະນັກງານວິຊາການ ນິຕິກຳ (Legal Officer)01 ຕໍາແໜ່ງ

ໜ້າທີ່ຮັບຜິດຊອບ

  • ຮ່າງ, ດັດແກ້ສັນຍາຕ່າງໆ, ສັນຍາທີ່ພົວພັນພາຍນອກ ແລະ ເອກະສານນິຕິກຳ, ລະບຽບການຕ່າງໆຂອງບໍລິສັດ ໃຫ້ເປັນມາດຕະຖານ ເພຶ່ອໃຫ້ບໍລິສັດ ໄດ້ຮັບຜົນປະໂຫຍດສູງສຸດ ແລະ ແທດເໝາະກັບສະພາບເສດຖະກິດ ແຕ່ລະໄລຍະ
  • ຕິດຕາມ, ກວດກາ, ປະສານງານ, ໃຫ້ຄວາມຮ່ວມມືກັບພະແນກ, ໜ່ວຍງານ, ບໍລິສັດຕ່າງໆ ກ່ຽວກັບການປະຕິບັດວຽກງານ, ສັນຍາຕ່າງໆ ທີ່ກ່ຽວຂ້ອງກັບທຸລະກິດ ຂອງບໍລິສັດ
  • ເປັນຜູ້ຕາງໜ້າຂອງບໍລິສັດ ເຂົ້າຮ່ວມໄກ່ເກ່ຍຄະດີ ກ່ຽວກັບໜີ້ສິນ ແລະ ໄກ່ເກຍບັນຫາອື່ນໆ ທີ່ກ່ຽວຂ້ອງກັບທຸລະກິດ ຂອງບໍລິສັດ
  • ໃຫ້ຄຳປຶກສາ ແລະ ແນະນຳ ທາງດ້ານກົດໝາຍ, ນິຕິກຳຕ່າງໆ ທີ່ກ່ຽວຂ້ອງກັບການປະຕິບັດວຽກ ຂອງບໍລິສັດ ແກ່ຜູ້ບໍລິຫານ ເພື່ອໃຫ້ດຳເນີນໄປຢ່າງຖືກຕ້ອງ
  • ຜັນຂະຫຍາຍ ແຈ້ງການກ່ຽວກັບການປະຕິບັດ ບັນດານິຕິກຳຕ່າງໆ ທີ່ຜູ້ບໍລິຫານ ແລະ ຫ້ອງການ ບິດຄິກ ຈຳກັດຜູ້ດຽວ ໄດ້ວາງອອກ ແລະ ແຈ້ງການກ່ຽວກັບການປະຕິບັດ ບັນດານິຕິກຳຕ່າງໆ ທີ່ອອກໂດຍພາກສ່ວນອື່ນ ທີ່ກ່ຽວຂ້ອງກັບທຸລະກິດ ຂອງບໍລິສັດ ແລະ ປະກາດໃຊ້ແຕ່ລະໄລຍະ
  • ຮວບຮວມບັນດາເອກະສານນິຕິກຳ ທີ່ມີຜົນບັງຄັງໃຊ້ ທີ່ອອກໂດຍບໍລິສັດ ບິດຄິກ ຈຳກັດຜູ້ດຽວ ແລະ ພາກສ່ວນພາຍນອກທີ່ກ່ຽວຂ້ອງ ທີ່ພົວພັນກັບວຽກງານ ແລະ ທຸລະກິດຂອງບໍລິສັດ
  • ຈົດທະບຽນສັນຍາ ແລະ ເອກະສານອື່ນໆ ທີ່ມີຄວາມຈໍາເປັນທາງດ້ານກົດໝາຍ ເພຶ່ອໃຫ້ຖືກຕ້ອງ ແລະ ສອດຄ່ອງກັບກົດໝາຍ
  • ສະເໜີດັດແກ້ສັນຍາຕ່າງໆ ຫຼື ນິຕິກຳອື່ນ ທີ່ເຫັນວ່າບໍ່ສອດຄ່ອງກັບ ພາກສ່ວນປະຕິບັດຕົວຈິງ ຕໍ່ຄະນະພະແນກ, ຄະນະອຳນວຍການ
  • ກະກຽມເອກະສານ ເພຶ່ອດຳເນີນການຮ້ອງຟ້ອງຄະດີຄວາມຕ່າງໆ ແລະ ຕິດຕາມຄະດີທີ່ໄດ້ຮ້ອງຟ້ອງທີ່ຢູ່ໃນຂັ້ນຕອນ ຂອງເຈົ້າໜ້າທີ່ຕຳຫຼວດ, ສານ, ໄອຍະການ ແລະ ຫ້ອງຈັດຕັ້ງປະຕິບັດຄຳຕັດສິນຂອງສານ

ເງື່ອນໄຂຜູ້ສະໝັກ

  • ລະດັບການສຶກສາ ປະລິນຍາຕີຂຶ້ນໄປ ຫຼື ສູງກວ່າ ຍິ່ງເປັນການດີ ໃນສາຂາວິຊາສະເພາະກົດໝາຍ (ກົດໝາຍພົວພັນສາກົນ, ກົດໝາຍທຸລະກິດ, ກົດໝາຍແພ່ງ, ກົດໝາຍອາຍາ, ກົດໝາຍປົກຄອງ)
  • ມີສຸຂະພາບແຂງແຮງ, ບໍ່ຈຳກັດເພດ, ອາຍຸ ແລະ ມີມະນຸດສຳພັນດີ
  • ມີຄວາມຮູ້ທາງດ້ານພາສາອັງກິດ ຫຼື ພາສາຕ່າງປະເທດອື່ນໆ ທີ່ສາມາດສື່ສານ, ອ່ານ-ຂຽນ ເຂົ້າໃຈ ໄດ້
  • ມີປະສົບການເຮັດວຽກ ທາງດ້ານກົດໝາຍມາກ່ອນ ຢ່າງໜ້ອຍ 01 ປີ ຂື້ນໄປ
  • ສາມາດນຳໃຊ້ຄອມພິວເຕີ ແລະ ໂປຣແກຣມຕ່າງໆ ເປັນຢ່າງດີ
  • ມີຫົວຄິດປະດິດສ້າງ ສຶກສາຄົ້ນຄ້ວາ ແລະ ພັດທະນາຕົນເອງ ຢູ່ເລື້ອຍໆ
  • ມີວິໄນ, ຊື່ສັດ, ມີຄວາມຮັບຜິດຊອບຕໍ່ວຽກງານ, ດຸໝັ່ນ, ອົດທົນ, ສາມາດເຮັດວຽກເປັນທີມ ແລະ ສາມາດເຮັດວຽກ ພາຍໃຕ້ຄວາມກົດດັນໄດ້
ພະນັກງານວິຊາການ ກວດກາພາຍໃນ (Internal Audit Officer)1 ຕໍາແໜ່ງ

ໜ້າທີ່ຮັບຜິດຊອບ

  • ກວດກາ ຂັ້ນຕອນການດຳເນີນວຽກງານ ພາຍໃຕ້ໂຄງຮ່າງການຈັດຕັ້ງ, ພາລະບົດບາດ ແລະ ແຜນວຽກຂອງ ພະແນກຕ່າງໆ ພາຍໃນບໍລິສັດ
  • ກວດກາ ທຸກວຽກງານ ທີ່ກ່ຽວກັບທຸລະກຳ ການຊື້-ຂາຍ ເງີນຄິບໂຕເຄີເລັນຊີ
  • ກວດກາ ວຽກງານທີ່ກ່ຽວຂ້ອງກັບ ຜະລິດຕະພັນ ແລະ ລະບົບຕ່າງໆ
  • ກວດກາ ວຽກງານກ່ຽວກັບ ລະບົບເຕັກໂນໂລຢີ ແລະ ຂໍ້ມູນຂ່າວສານ, ລວມທັງຄວາມປອດໄພຂອງການນຳໃຊ້ຄອມພິວເຕີ, ການຕັ້ງຄ່າໃນລະບົບ ຕາມລະບຽບທີ່ກຳນົດອອກ ແຕ່ລະໄລຍະ
  • ກວດກາ ລົງເລິກບັນຊີລາຍຮັບ ແລະ ລາຍຈ່າຍ
  • ພົວພັນ, ປະສານງານ ກັບກວດສອບພາຍນອກ, ກວດສອບຂອງທະນາຄານແຫ່ງ ສປປ ລາວ ແລະ ໜ່ວຍງານອື່ນໆທີ່ກ່ຽວຂ້ອງ
  • ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມການມອບໝາຍ ຂອງຄະນະພະແນກ ແລະ ຄະນະຜູ້ບໍລິຫານ.

ເງື່ອນໄຂຜູ້ສະໝັກ

  • ລະດັບການສຶກສາ ປະລິນຍາຕີຂຶ້ນໄປ ໃນຂະແໜງ ເສດຖະສາດ, ການເງິນ, ການທະນາຄານ, ການບໍລິຫານທຸລະກິດ, ນິຕິສາດ ຫຼື ຂະແໜງອື່ນ ທີ່ກ່ຽວຂ້ອງ
  • ມີຄວາມຮູ້ທາງດ້ານພາສາອັງກິດ ຫຼື ພາສາຕ່າງປະເທດອື່ນໆ ທີ່ສາມາດສື່ສານ, ອ່ານ-ຂຽນ ເຂົ້າໃຈ ໄດ້
  • ມີຄວາມຮູ້ ແລະ ສາມາດ ນຳໃຊ້ຄອມພິວເຕີ ແລະ ຊອບແວຕ່າງໆ ໄດ້ດີ
  • ມີຄວາມຮູ້, ຄວາມເຂົ້າໃຈ ກ່ຽວກັບການກວດກາ, ການກວດສອບພາຍໃນ ຫຼື ມີປະສົບການມາກ່ອນ ຢ່າງໜ້ອຍ 01 ປີ ຂື້ນໄປ
  • ມີຫົວຄິດປະດິດສ້າງ ສຶກສາຄົ້ນຄ້ວາ ແລະ ພັດທະນາຕົນເອງ ຢູ່ເລື້ອຍໆ
  • ມີມະນຸດສຳພັນດີ, ມີວິໄນ, ຊື່ສັດ, ມີຄວາມຮັບຜິດຊອບຕໍ່ວຽກງານ, ດຸໝັ່ນ, ອົດທົນ, ສາມາດເຮັດວຽກເປັນທີມ ແລະ ສາມາດເຮັດວຽກ ພາຍໃຕ້ຄວາມກົດດັນ.

 

ພະນັກງານວິຊາການ ບໍລິຫານຄວາມສ່ຽງ (Risk Management Officer)1 ຕໍາແໜ່ງ

ໜ້າທີ່ຮັບຜິດຊອບ

  • ກໍານົດນະໂຍບາຍຄວາມສ່ຽງ ທາງດ້ານທຸລະກິດ, ດ້ານລະບົບ ຂອງບໍລິສັດ ແລະ ພັດທະນາ ລະບົບພາຍໃນ ຮ່ວມກັບພະແນກ/ໜ່ວຍງານຕ່າງໆ ທີ່ກ່ຽວຂ້ອງ ພ້ອມກໍານົດແນວທາງ ຄວບຄຸມຄວາມສ່ຽງ ຢ່າງລະອຽດ ແລະ ຮັດກຸມ
  • ຄົ້ນຄວ້າ, ສຶກສາ ພ້ອມວິທີແກ້ໄຂ ແລະ ປ້ອງກັນຄວາມສ່ຽງ ພາຍໃນ ແລະ ພາຍນອກ ທີ່ອາດຈະເກີດຂື້ນກັບລະບົບຂອງບໍລິສັດ ພ້ອມທັງວາງແຜນແກ້ໄຂ ກໍລະນີເກີດເຫດສຸກເສີນ, ເພື່ອບໍ່ໃຫ້ມີຜົນກະທົບຕໍ່ທຸລະກິດບໍລິສັດ ຫຼື ກະທົບຫນ້ອຍທີ່ສຸດ
  • ວິເຄາະ, ກວດສອບກະເປົາ (Wallet) ຂອງລູກຄ້າ ຫຼື ບຸກຄົນອື່ນ ທີ່ເຮັດທຸລະກຳຊື້-ຂາຍຫຼຽນ ຜ່ານຜະລິດຕະພັນຂອງບໍລິສັດ (ອອກລາຍງານ ການກວດສອບກະເປົາ (Wallet), ປະກອບຂໍ້ມູນ ແລະ ທິດທາງ ແກ່ຄະນະຜູ້ບໍລິຫານ ໃນການຕັດສິນໃຈ ເຮັດທຸລະກຳ, ເກັບກຳຂໍ້ມູນ ແລະ ສ້າງລາຍງານຕິດຕາມ ຄວາມສ່ຽງຂອງຫຼຽນປະເພດຕ່າງໆ ແລະ ຄວາມສ່ຽງອື່ນໆ ທີ່ເຂົ້າມາຜ່ານລະບົບບິດຄິກ ເພື່ອການແກ້ໄຂຄວາມສ່ຽງ ຢ່າງທັນເວລາ)
  • ບໍລິຫານຄວາມສ່ຽງປະເພດຕ່າງໆ ທີ່ເຂົ້າມາຜ່ານລະບົບບໍລິສັດ ພ້ອມທັງໃຫ້ຄຳແນະນຳ ເພື່ອເປັນແນວທາງ ໃນການຕັດສິນໃຈ ຂອງຜູ້ບໍລິຫານ ແລະ ພະນັກງານຜູ້ປະຕິບັດໜ້າທີ່
  • Update, ຕິດຕາມ ການເຄື່ອນໄຫວ, ການປ່ຽນແປງ ຂອງຫຼຽນປະເພດຕ່າງໆ ເປັນປະຈຳວັນ, ເປັນແຕ່ລະໄລຍະ ເພື່ອນຳເອົາຂໍ້ມູນທີ່ໄດ້ ມາສຶກສາ, ຄົ້ນຄວ້າ ເຖິງຜົນກະທົບທີ່ອາດຈະເກີດຂຶ້ນກັບບໍລິສັດ ແລະ ວາງແຜນເພື່ອປ້ອງກັນຄວາມສ່ຽງ ຢ່າງຮັດກຸມ ແລະ ທັນເວລາ
  • ເຂົ້າຮ່ວມໂຄງການພັດທະນາ ຫຼື ປັບປຸງ ຜະລິດຕະພັນຕ່າງໆ, ການພັດທະນາລະບົບການຄຸ້ມຄອງ ແລະ ການພັດທະນາໂປຣແກຣມ ເພື່ອວາງແຜນບໍລິຫານຄວາມສ່ຽງ ທີ່ອາດຈະເກີດຂຶ້ນ
  • ຮ່ວມ, ສົມທົບ ກັບພະແນກ ຫຼື ໜ່ວຍງານອື່ນ ທີ່ກ່ຽວຂ້ອງ ໃນການສ້າງຄູ່ມືຜະລິດຕະພັນບໍລິການ, ຄູ່ມືນຳໃຊ້ປະຕິບັດວຽກ (Work Flow) ພ້ອມທັງກຳນົດແນວທາງປ້ອງກັນຄວາມສ່ຽງ ຢ່າງລະອຽດ ແລະ ຮັດກຸມ
  • ສຶກສາ, ຄົ້ນຄວ້າຂໍ້ມູນ ຂອງການນຳໃຊ້ລະບົບພາຍໃນ ແລະ ເຊື່ອມຕໍ່ກັບພາຍນອກ ທີ່ເຫັນວ່າມີຄວາມສ່ຽງ ແລະ ນຳສະເໜີຕໍ່ພະແນກທີ່ກ່ຽວຂ້ອງ, ຄະນະອໍານວຍການ ຫຼື ຄະນະຜູ້ບໍລິຫານ ເພື່ອນຳສະເໜີ ແນວທາງໃນການແກ້ໄຂ ແລະ ໄດ້ຮັບການປ້ອງກັນຄວາມສ່ຽງ ຢ່າງທັນເວລາ
  • ປະສານ, ສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງ ທັງພາຍໃນ ແລະ ພາຍນອກ ບໍລິສັດ ເພື່ອຄົ້ນຄວ້າ ແລະ ຈັດຕັ້ງປະຕິບັດ ຂໍ້ກຳນົດ, ຫຼັກການປ້ອງການຄວາມສ່ຽງໃນດ້ານຕ່າງໆ ທີ່ທາງພາກລັດ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ໄດ້ກຳນົດ ແລະ ວາງອອກ ແຕ່ລະໄລຍະ
  • ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມການມອບໝາຍຂອງຄະນະພະແນກ, ຄະນະຜູ້ບໍລິຫານ ແລະ ປະທານສະພາບໍລິຫານ.

ເງື່ອນໄຂຜູ້ສະໝັກ

  • ເພດຊາຍ ຫຼື ຍິງ, ອາຍຸ 22 – 30 ປີ
  • ລະດັບການສຶກສາ ປະລິນຍາຕີຂຶ້ນໄປ ໃນສາຂາ ບໍລິຫານຄວາມສ່ຽງ, ບໍລິຫານທຸລະກິດ, ການເງິນ-ການທະນາຄານ, ເສດຖະສາດ ຫຼື ສາຂາທີ່ກ່ຽວຂ້ອງ (ຖ້າມີຄວາມຮູ້ກ່ຽວກັບ Cryptocurrency ຈະພິຈາລະນາເປັນພິເສດ)
  • ມີປະສົບການເຮັດວຽກ ຢ່າງໜ້ອຍ 01 ປີ ຂື້ນໄປ ທາງດ້ານບໍລິຫານຄວາມສ່ຽງ, ທະນາຄານ, Cryptocurrency
  • ມີຄວາມຮູ້ທາງດ້ານພາສາອັງກິດ ຫຼື ພາສາຕ່າງປະເທດອື່ນໆ ທີ່ສາມາດສື່ສານ, ອ່ານ-ຂຽນ ເຂົ້າໃຈ ໄດ້
  • ສາມາດນຳໃຊ້ຄອມພິວເຕີໃນລະດັບທີ່ດີ ແລະ ໂປຣແກຣມຕ່າງໆ (Word, Excel, PowerPoint, …) ເປັນຢ່າງດີ
  • ມີສຸຂະພາບແຂງແຮງ, ຫ້າວຫັນ, ກະຕືລືລົ້ນ, ມີວິໄນ, ດຸໝັ່ນ, ອົດທົນໃນການເຮັດວຽກ ແລະ ຊື່ສັດ
  • ມີຫົວຄິດປະດິດສ້າງ, ກ້າສະແດງອອກ ຫຼື ສະເໜີແນວຄວາມຄິດໃໝ່ໆ, ສຶກສາຄົ້ນຄວ້າ ແລະ ພັດທະນາຕົນເອງ ຢູ່ເລື້ອຍໆ
  • ມີຄວາມຮັບຜິດຊອບຕໍ່ວຽກງານສູງ, ມີມະນຸດສຳພັນດີ, ມີທັກສະປະຕິສໍາພັນກັບຄົນອື່ນ, ສື່ສານ ແລະ ຕິດຕາມວຽກທີ່ດີ ເພື່ອເຮັດໃຫ້ວຽກສໍາເລັດທັນຕາມກໍານົດເວລາ ແລະ ຕາມເປົ້າໝາຍ
  • ສາມາດເຮັດວຽກເປັນທີມ ຫຼື ດຽວໄດ້ ແລະ ສາມາດເຮັດວຽກ ພາຍໃຕ້ຄວາມກົດດັນໄດ້
  • ສາມາດເຮັດວຽກນອກໂມງລັດຖະການ ແລະ ວັນພັກລັດຖະການໄດ້ (ໃນບາງຄັ້ງຄາວ).
ພະນັກງານວິຊາການ ບໍລິຫານການຂາຍ (Sale Officer)02 ຕໍາແໜ່ງ

ໜ້າທີ່ຮັບຜິດຊອບ

  • ນໍາສະເໜີຜະລິດຕະພັນ ຂອງບໍລິສັດໃຫ້ລູກຄ້າ
  • ສ້າງສາຍພົວພັນກັບລູກຄ້າ ແລະຕົວແທນຂອງບໍລິສັດໃຫ້ໄດ້ຮັບຜົນດີ
  • ເຈລະຈາຕໍ່ລອງ ປິດການ ຊື້-ຂາຍ ແຕ່ລະຜະລິດຕະພັນ ຂອງບໍລິສັດ
  • ສ້າງຍອດຂາຍໃຫ້ບັນລຸຕາມເປົ້າໝາຍ
  • ເກັບກຳຂໍ້ມູນ, ສຶກສາຄວາມເພິ່ງພໍໃຈຂອງລູກຄ້າ ຈາກການບໍລິການ ແລະ ນຳໃຊ້ຜະລິດຕະພັນຕ່າງໆ ຂອງບໍລິສັດ ແຕ່ລະໄລຍະ.

ເງື່ອນໄຂຜູ້ສະໝັກ

  • ບໍ່ຈໍາກັດເພດ, ອາຍຸບໍ່ເກີນ 35 ປີ
  • ຈົບການສຶກສາລະດັບປະລິນຍາຕີຂຶ້ນໄປ ໃນສາຂາການຕະຫຼາດ, ການຂາຍ, ບໍລິຫານທຸລະກິດ, ໄອທີ ຫຼື ສາຂາອື່ນໆທີ່ກ່ຽວຂ້ອງ
  • ມີປະສົບການດ້ານສາຍງານທີ່ກ່ຽວຂ້ອງ ໃນຂົງເຂດການເງິນ, ການລົງທຶນ ແລະສິນເຊື່ອທະນາຄານ ແມ່ນຈະພິຈາລະນາເປັນພິເສດ
  • ມະນຸດສໍາພັນດີ, ບຸກຄະລິກດີ, ຍິ້້ມແຍ້ມແຈ່ມໃສ, ເປັນຄົນດຸໝັ່ນ, ລະອຽດ, ມີຄວາມຮັບຜິດຊອບສູງ, ຊື່ສັດ, ອົດທົນ, ກະຕືລືລົ້ນຮຽນຮູ້ໄດ້ໄວ ແລະມັກພັດທະນາຕົນເອງຢູ່ຕະຫຼອດເວລາ
  • ມີທັກສະໃນການສື່ສານ ພາສາລາວ ແລະ ພາສາອັງກິດ ທີ່ດີເລີດ, ຖ້າຫາກໄດ້ພາສາຈີນ, ພາສາຫວຽດນາມ ຄຽງຄູ່ກັນແມ່ນຈະພິຈາລະນາເປັນພິເສດ
  • ມີທັກສະໃນການນໍາໃຊ້ຄອມພິວເຕີເປັນຢ່າງດີ
  • ມີທັກສະການວິເຄາະ ແລະ ການແກ້ໄຂບັນຫາທີ່ດີເລີດ
  • ມີຄວາມສາມາດໃນການສື່ສານທີ່ໂດດເດັ່ນ (ເວົ້າ, ຂຽນ, ອ່ານ), ມີທັກສະໃນການນຳສະເໜີ
  • ມີທັກສະການຈັດການອົງກອນ ແລະ ມີຄວາມສາມາດໃນການຈັດການລຳດັບຄວາມສຳຄັນວຽກໄດ້ເປັນຢ່າງດີ
  • ສົນໃຈໃນເທັກໂນໂລຍີໃຫມ່ໆ ແລະ ໂດຍສະເພາະເທັກໂນໂລຍີບລັອກເຊນ
  • ຖ້າຫາກຜູ້ສະໝັກມີຄວາມຮູ້ດ້ານສະກຸນເງິນດີຈີຕອນ (cryptocurrency) ຈະໄດ້ຮັບການພິຈາລະນາເປັນພິເສດ
  • ສາມາດເຮັດວຽກງານພາຍໃຕ້ແຮງກົດດັນໄດ້ ເພື່ອເຮັດໃນວຽກງານບັນລຸເປົ້າໝາຍ.
ພະນັກງານວິຊາການ ການຕະຫຼາດ, ໂຄສະນາ ແລະປະຊາສໍາພັນ
(Marketing and Public Relations)01 ຕໍາແໜ່ງ

ໜ້າທີ່ຮັບຜິດຊອບ

  • ສ້າງແຜນການຕະຫຼາດປະຈຳອາທິດ – ປະຈຳເດືອນ
  • ຄິດຄົ້ນເນື້ອຫາ ແລະ ສ້າງຄອນເທັນໃຫ້ມີຄວາມແທດເໝາະ ແລະ ເຂົ້າໃຈງ່າຍ
  • ຄົ້ນຄວ້າຫາຂໍ້ມູນ ຂ່າວສານທີ່ຈຳເປັນຕ້ອງໃຊ້ໃນການໂຄສະນາປະຊາສຳພັນ
  • ລວບລວມໄອເດຍຕ່າງໆທີ່ກ່ຽວຜະລິດຕະພັນ ແລະ ບໍລິການຂອງບໍລິສັດ
  • ຂຽນຂ່າວ ຂຽນໂຄສະນາໃຫ້ມີເນື້ອຫາຄວບຄຸມ ແລະເປັນໄປຕາມນະໂຍບາຍຂອງບໍລິສັດ
  • ສຶກສາ ຄົ້ນຄວ້າກົນລະຍຸດການໂສນະນາໃຫ້ມີຄວາມອັບເດດ ແລະ ທັນສະໃໝ
  • ສ້າງກິດຈະກຳສົ່ງເສີມການຂາຍ
  • ເຮັດລາຍງານປະຈຳອາທິດ, ປະຈຳເດືອນ
  • ປະຕິບັດວຽກງານຕ່າງໆຕາມທີ່ທາງພະແນກໄດ້ມອບໝາຍໃຫ້

ເງື່ອນໄຂຜູ້ສະໝັກ

  • ບໍ່ຈໍາກັດເພດ, ອາຍຸບໍ່ເກີນ 35 ປີ;
  • ຈົບການສຶກສາລະດັບປະລິນຍາຕີຂຶ້ນໄປ ໃນສາຂາການຕະຫຼາດ, ບໍລິຫານທຸລະກິດ, ໄອທີ ຫຼື ສາຂາອື່ນໆທີ່ກ່ຽວຂ້ອງ;
  • ປະສົບການຢ່າງນ້ອຍ 1 ປີ ໃນສາຂາ ການຕະຫຼາດອອນລາຍ
  • ມີທັກສະດ້ານການຄົ້ນຄວ້າຂໍ້ມູນ, ວິເຄາະຂໍ້ມູນ
  • ມີຄວາມສາມາດໃນການຜະລິດຄອນເທັນເຊັ່ນ: ການຂຽນ, ການສ້າງພາບກຣາຟິກ ຫລື ຕັດຕໍ່ວີດີໂອ
  • ມີຄວາມຮູ້ ຄວາມເຂົ້າໃຈກ່ຽວກັບແພັດຟອມອອນລາຍຕ່າງໆ Facebook, Youtube, Tiktok ເປັນຕົ້ນ.
  • ມີຄວາມຄິດລິເລີ່ມໃນການສ້າງສັນຜົນງານ ແລະ ທັກສະການສື່ສານທີ່ເຂົ້າໃຈງ່າຍ
  • ຖ້າມີຄວາມຮູ້ດ້ານການລົງທຶນ, ສະກຸນເງິນ ດິຈິຕອນ (Cryptocurrency) ຈະພິຈາລະນາເປັນພິເສດ
  • ສາມາດສື່ສານພາສາອັງກິດ, ຖ້າໄດ້ພາສາຈີນ, ຫວຽດນາມ ແມ່ນຈະພິຈາລະນາເປັນພິເສດ.
  • ສາມາດເຮັດວຽກພາຍໃຕຄວາມກົດດັນ.
  • ສົນໃຈໃນເທັກໂນໂລຍີໃຫມ່ໆ ແລະ ໂດຍສະເພາະເທັກໂນໂລຍີບລັອກເຊນ (Blockchain).