ບໍລິສັດ ບິດຄິກ ຈຳກັດຜູ້ດຽວ ທີ່ໃຫ້ບໍລິການສູນຊື້-ຂາຍເງິນຄຣິບໂຕ ເຊິ່ງມີຫລຽນ BCH ແລະ ETC ເປີດໃຫ້ຊື້-ຂາຍຢູ່ໃນກະດານ ໄດ້ພິຈາລະນາ ຖອນ 2 ຫຼຽນດັ່ງກ່າວອອກຈາກກະດານຊື້-ຂາຍ ເນື່ອງຈາກ ດ້ວຍເຫດຜົນທາງດ້ານເຕັກນິກໃນການອັບເກຣດລະບົບໃໝ່ ທາງບໍລິສັດຂໍປະກາດແຈ້ງການໃຫ້ລູກຄ້າຮັບຊາບດັ່ງລາຍລະອຽດລຸ່ມນີ້:

  • bitqik ຈະດຳເນີນການຖອນຫຼຽນ BCH ແລະ ETC ອອກຈາກຫນ້າກະດານຊື້-ຂາຍ ໃນວັນທີ 19 ມີນາ 2025 ເວລາ 00:01 ໂມງ;
  • ຂໍແຈ້ງໃຫ້ລູກຄ້າທີ່ມີຫຼຽນ BCH ແລະ ETC ໃນກະເປົາ ໃຫ້ດຳເນີນການແລກປ່ຽນເປັນຫຼຽນສະກຸນອື່ນ ຫຼື ໂອນອອກໄປກະເປົາອື່ນທີ່ຍັງຮອງຮັບຫລຽນດັ່ງກ່າວ;
  • ພາຍຫລັງທາງບໍລິສັດ ຖອນ BCH ແລະ ETC ອອກຈາກໜ້າກະດານແລ້ວ ລູກຄ້າຈະບໍ່ສາມາດຊື້-ຂາຍ, ແລກປ່ຽນ ຫລື ຖອນຫຼຽນດັ່ງກ່າວໄດ້ອີກ;

ໝາຍເຫດ: ຖ້າຫາກກາຍວັນເວລາດັ່ງກ່າວ ທາງລະບົບຈະແລກເປັນຫຼຽນ USDT ໃຫ້ອັດຕະໂນມັດ ໂດຍອີງໃສ່ລາຄາຕະຫຼາດຂອງວັນທີ 20 ມີນາ 2025 ເວລາ 07:00 ໂມງ;

ຖ້າຫາກລູກຄ້າທ່ານໃດ ມີຄຳຖາມເພີ່ມຕື່ມໃນລາຍລະອຽດ ສາມາດຕິດຕໍ່ສອບຖາມຜ່ານຊ່ອງທາງ bitqik support ໄດ້ຕະຫລອດເວລາ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງລູກຄ້າທີ່ເຄົາລົບ ແລະນັບຖືທຸກທ່ານຮັບຊາບ ແລະທາງບໍລິສັດຕ້ອງຂໍອະໄພໃນຄວາມບໍ່ສະດວກເປັນຢ່າງສູງໃນຄັ້ງນີ້ດ້ວຍ, ຫວັງວ່າລູກຄ້າທຸກທ່ານຈະເຂົ້າໃຈ ແລະດຳເນີນການຕາມແຈ້ງການສະບັບນີ້, ເພື່ອການປັບປຸງລະບົບໃໝ່ໃຫ້ດີຂຶ້ນ ເຊິ່ງຈະເຮັດໃຫ້ມີບໍລິການທີ່ຫຼາກຫຼາຍ, ສະດວກ ແລະວ່ອງໄວຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງລູກຄ້າທຸກທ່ານ ແລະຂໍຂອບໃຈສໍາຫຼັບຄວາມໄວ້ວາງໃຈທີ່ທ່ານມີໃຫ້ ບໍລິສັດ ບິດຄິກ ຈຳກັດຜູ້ດຽວ ມາໂດຍຕະຫຼອດ.

Delisting a BCH and ETC announcement

Currency, We have BCH and ETC in our bitqik exchange. The company therefore decided that BCH and ETC will be delisted from the digital exchange platform of the company as the new upgrade system. So, we want to let the customer know and provide more details below:

  • bitqik will delist BCH and ETC from the exchange platform on March 19, 2025 at 00:01.
  • we would like to inform all customers who hold these two tokens can withdraw or convert them to other tokens
  • After we delist BCH and ETC from the exchange platform, customers will no longer be able to trade or withdraw them.

Noted: If there is a delay according to the specified date and time, we will automatically convert your token into USDT according to the market price at 07:00 AM on March 20, 2025.

Customers can always get in touch with our support if they have any questions.

We would like to inform you and sincerely apologize for any inconvenience caused. We greatly appreciate your understanding and cooperation in following this announcement. This system upgrade aims to enhance our services, making them more diverse, convenient, and efficient to better meet your needs.

Comments are disabled.