ບໍລິສັດ ບິດຄິກ ຈຳກັດຜູ້ດຽວ ຂໍແຈ້ງໃຫ້ຊາບວ່າ ບໍລິສັດຈະມີການປິດລະບົບທັງໝົດ (ແບບຊົ່ວຄາວ) ຕັ້ງແຕ່ວັນທີ 19 ມີນາ ເຖິງ 1 ເມສາ 2025 ເພື່ອອັບເກຣດລະບົບໃໝ່ ເຊິ່ງຈະໄດ້ມີການເພີ່ມຜະລິດຕະພັນ, ຍົກລະດັບຄວາມປອດໄພ ແລະຄວາມສາມາດໃໝ່ໆໃຫ້ຫຼາກຫຼາຍຂຶ້ນ ພ້ອມກັບແຈ້ງການຖອນຫຼຽນອອກຈາກໜ້າກະດານໃນການຊື້-ຂາຍ (Trade) ໂດຍມີກໍານົດການ ແລະລາຍລະອຽດດັ່ງນີ້:

  • ກໍານົດການປິດລະບົບທັງໝົດ (ແບບຊົ່ວຄາວ) ທັງໜ້າເວັບໄຊທ໌ ແລະແອັບພລິເຄຊັນ bitqik exchange ເພື່ອອັບເກຣດລະບົບໃໝ່: ເລີ່ມວັນທີ 19 ມີນາ 2025 ເວລາ 00:01 ໂມງ ຫາ ວັນທີ 1 ເມສາ 2025 ເວລາ 09:00 ໂມງ (ລວມໄລຍະເວລາໃນການດໍາເນີນການ 14 ມື້) ໂດຍຈະມີຜົນເຮັດໃຫ້ລູກຄ້າບໍ່ສາມາດນຳໃຊ້ລະບົບ ແລະເຮັດທຸລະກຳຕ່າງໆໄດ້, ທຸລະກໍາທີ່ເປີດຄ້າງໄວ້ແມ່ນຈະຖືກຍົກເລີກໂດຍອັດຕະໂນມັດ;
  • ພາຍຫລັງການອັບເກຣດລະບົບໃໝ່ສຳເລັດ ລູກຄ້າຈະຕ້ອງ Login ເຂົ້າສູ່ລະບົບຄືນໃໝ່ ໂດຍຕ້ອງ Reset ລະຫັດຜ່ານເຂົ້າສູ່ລະບົບ ພ້ອມກັບ KYC ຄືນໃໝ່ອີກຄັ້ງ ໂດຍຈະເປັນການ KYC ຜ່ານລະບົບອັດຕະໂນມັດ ເພື່ອຍົກລະດັບຄວາມປອດໄພໃຫ້ສູງຂຶ້ນຕື່ມອີກ;
  • ການອັບເກຣດລະບົບໃໝ່ໃນຄັ້ງນີ້ຈະເຮັດໃຫ້ມີຫຼຽນໃໝ່ໆເພີ່ມເຂົ້າມາໃນຕະຫລາດ ໂດຍທຽບເທົ່າກັບຕະຫລາດໃຫຍ່ໆທົ່ວໂລກ ແຕ່ຈະມີ 2 ຫຼຽນຖືກຖອນ (Delisted) ອອກຈາກໜ້າກະດານປະກອບມີຫຼຽນ BCH ແລະ ETC, ສຳລັບລູກຄ້າທີ່ຖືຫຼຽນ BCH ແລະ ETC ສາມາດຖອນຫຼຽນອອກ (Withdraw) ຫຼື ແລກເປັນຫຼຽນອື່ນໃນກະດານກ່ອນວັນທີ 19 ມີນາ 2025 ເວລາ 00:01 ໂມງ , ຖ້າຫາກກາຍວັນເວລາດັ່ງກ່າວ ທາງລະບົບຈະແລກເປັນຫຼຽນ USDT ໃຫ້ອັດຕະໂນມັດ ໂດຍອີງໃສ່ລາຄາຕະຫຼາດຂອງວັນທີ 20 ມີນາ 2025 ເວລາ 07:00 ໂມງ;
  • ໝາຍເຫດ: ຫາກການດໍາເນີນການມີການປ່ຽນແປງຈາກທີ່ກໍານົດໄວ້ຂ້າງເທິງ ທາງພວກເຮົາຈະປະກາດແຈ້ງໃຫ້ທ່ານຊາບທັນທີ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງລູກຄ້າທີ່ເຄົາລົບ ແລະນັບຖືທຸກທ່ານຮັບຊາບ ແລະທາງບໍລິສັດຕ້ອງຂໍອະໄພໃນຄວາມບໍ່ສະດວກເປັນຢ່າງສູງໃນຄັ້ງນີ້ດ້ວຍ, ຫວັງວ່າລູກຄ້າທຸກທ່ານຈະເຂົ້າໃຈ ແລະ ດຳເນີນການຕາມແຈ້ງການສະບັບນີ້, ເພື່ອການປັບປຸງລະບົບໃໝ່ໃຫ້ດີຂຶ້ນ ເຊິ່ງຈະເຮັດໃຫ້ມີບໍລິການທີ່ຫຼາກຫຼາຍ, ສະດວກ ແລະ ວ່ອງໄວຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງລູກຄ້າທຸກທ່ານ ແລະຂໍຂອບໃຈສໍາຫຼັບຄວາມໄວ້ວາງໃຈທີ່ທ່ານມີໃຫ້ ບໍລິສັດ ບິດຄິກ ຈຳກັດຜູ້ດຽວ ມາໂດຍຕະຫຼອດ.

Bitqik will be suspending all services (Temporary) for upgrading a new system

We would like to inform you that Bitqik will be suspending all services (temporary) from March 19, 2025 to April 1, 2025. This upgrade will include the addition of new products, enhanced security, and many new features. Additionally, we will be delisting certain tokens from the trading platform according to the details below:

  • Bitqik will temporarily suspend all services, including bitqik’s website and application, to upgrade the new system, starting from March 19, 2025 at 00:01 to April 1, 2025 at 09:00 (The overall processing time is 14 days) in the meantime, customer will be unable to use the bitqik application and do all the transactions. All open positions will be closed automatically.
  • After we finish upgrading the new system, the customer must be reset all the password and log in again. Along with resubmit the KYC. It will be a KYC through an automatic system to raise the level of safety to a higher level.
  • The new upgrade system will include more tokens, such as a global exchange. However, we will delist two tokens from the system, including BCH and ETC. All customers who hold these two tokens can withdraw or convert them to other tokens before March 19 at 00:01. If there is a delay according to the specified date and time, we will automatically convert your token into USDT according to the market price at 07:00 on March 20, 2025
  • Noted: If there are any changes to the processing that we mentioned above, we will notify you right away.

We would like to inform you and sincerely apologize for any inconvenience caused. We greatly appreciate your understanding and cooperation in following this announcement. This system upgrade aims to enhance our services, making them more diverse, convenient, and efficient to better meet your needs.

Comments are disabled.