Want to join our team?

Help us create a new financial world

Build the future of finance

 

Join us to make the financial system more efficient, highly affordable and secured to everyone everywhere.

Our employees benefits.

At bitqik, we build you as a great person to have healthy and fulfilling careers.
Be part of our dynamic team!

Remote work

Mentorship and crypto training

Speaking/Conference opportunities

Competitive salary

Training and development

Community events

Flexible working hours

Team building activities

Health insurance

Open opportunities

ຜູ້ຊ່ວຍຜູ້ບໍລິຫານ (Executive Assistant)01 ຕໍາແໜ່ງ

ໜ້າທີ່ຮັບຜິດຊອບ

  • ເປັນຜູ້ຊ່ວຍຜູ້ບໍລິຫານ ໃນການຕິດຕໍ່ປະສານງານ ທັງພາຍໃນແລະພາຍນອກບໍລິສັດ 
  • ຈັດການເລື່ອງນັດຫມາຍ, ການປະຊຸມ, ການຈອງຕ່າງໆສຳລັບຜູ້ບໍລິຫານ ແລະແຂກສຳຄັນຂອງບໍລິສັດ 
  • ເກັບກຳແລະບັນທຶກເອກະສານ ການຕິດຕໍ່ປະສານງານແລະປະຊຸມກັບພາກສ່ວນຕ່າງໆ 
  • ຕອບຂໍ້ຄວາມ, ຮັບໂທລະສັບ ແລະ ອີເມລສຳຄັນ ຊ່ອຍຜູ້ບໍລິຫານ ແລະລາຍງານຕິດຕາມວຽກໃຫ້ຜູ້ບໍລິຫານຮັບຊາບ 
  • ກວດສອບຄວາມຖືກຕ້ອງຂອງເອກະສານຕ່າງໆຊ່ອຍຜູ້ບໍລິຫານ 
  • ກະກຽມເອກະສານ, ບົດນຳສະເຫນີ ແລະລາຍງານວຽກຕ່າງໆທີ່ໄດ້ຮັບມອບຫມາຍຈາກຜູ້ບໍລິຫານ 
  • ຕິດຕາມຜູ້ບໍລິຫານໄປປະຕິບັດວຽກນອກສະຖານທີ່ 
  • ປະຕິບັດວຽກອື່ນໆ ຕາມຫນ້າວຽກທີ່ໄດ້ຮັບມອບຫມາຍຈາກຜູ້ບໍລິຫານ.

ເງື່ອນໄຂຜູ້ສະໝັກ

  • ບໍ່ຈຳກັດເພດ 
  • ອາຍຸບໍ່ເກີນ 30 ປີ 
  • ມີຄວາມຮັບຜິດຊອບ, ເຮັດວຽກລະອຽດຮອບຄອບ ແລະມີໄຫວພິບແກ້ໄຂບັນຫາດີ 
  • ມີທັກສະການສື່ສານ, ການຕິດຕໍ່ປະສານງານ ແລະການເຈລະຈາຕໍ່ລອງທີ່ດີ 
  • ເຮັດວຽກຢ່າງເປັນລະບົບ ແລະຈັດລຳດັບຄວາມສຳຄັນຂອງຫນ້າວຽກໄດ້ດີ 
  • ສາມາດປະຕິບັດວຽກພາຍໃຕ້ຄວາມກົດດັນ ແລະແກ້ໄຂບັນຫາສະເພາະຫນ້າໄດ້ດີ 
  • ມີຄວາມສາມາດໃນການນຳໃຊ້ຄອມພິວເຕີ, ໂປຣແກຣມ MS Office, CANVA, ນຳໃຊ້ແອັບແຊັດຕ່າງໆ ແລະຕອບອີເມລໄດ້ດີ 
  • ຕ້ອງສື່ສານ ແລະຂຽນ ພາສາອັງກິດໄດ້ຢ່າງດີ (ຖ້າໄດ້ພາອື່ນໆເພີ່ມຕື່ມຈະພິຈາລະນາເປັນພິເສດ) 
  • ມີປະສົບການໃນວຽກເລຂາ ຫລືຜູ້ຊ່ອຍຜູ້ບໍລິຫານ 
  • ມີບຸກຄະລິດກະພາບດີ, ມີມະນຸດສຳພັນດີ.
ຫົວໜ້າພະແນກທຸລະກິດ01 ຕໍາແໜ່ງ

ໜ້າທີ່ຮັບຜິດຊອບ

  • ວາງແຜນ ແລະ ປະຕິບັດໃຫ້ບໍລິສັດປະສົບຜົນສຳເລັດໃນຕະຫລາດທັງພາຍໃນ ແລະຂະຫຍາຍສູ່ຕະຫລາດສາກົນ;
  • ກຳນົດແຜນການໂຄສະນາປະຊາສຳພັນ, ແຄມເປນ ແລະກົນລະຍຸດການຂາຍ ເຂົ້າເຖິງກຸ່ມລູກຄ້າ ໃຫ້ສອດຄ່ອງກັບ KPIs ຂອງບໍລິສັດ;
  • ວິເຄາະສະພາບເສດຖະກິດ, ຕະຫລາດ ແລະກົນລະຍຸດຂອງຄູ່ແຂ່ງ;
  • ວິເຄາະ, ພັດທະນາ ແລະປັບປຸງຜະລິດຕະພັນ ໃຫ້ສອດຄ່ອງກັບຄວາມຕ້ອງການຂອງຕະຫລາດ;
  • ວາງແຜນ ແລະບໍລິຫານແຄມເປນດ້ານການຕະຫລາດ ນັບແຕ່ເລີ່ມຕົ້ນ ຈົນສິ້ນສຸດ ແລະປະເມີນຕິດຕາມຜົນ;
  • ປະສານງານຮ່ວມກັບພາດເນີທັງພາຍໃນ ແລະພາຍນອກປະເທດ ;
  • ເປັນໂຕແທນນຳສະເຫນີຜະລິດຕະພັນ ແລະຮັກສາພາບລັກຂອງບໍລິສັດ ຕໍ່ກັບຄູ່ຮ່ວມ ແລະລູກຄ້າ ທຸກພາກສ່ວນ;
  • ກວດກາ ແລະສັງລວມລາຍງານຕ່າງໆທີ່ກ່ຽວຂ້ອງຂອງພະແນກທຸລະກິດ;
  • ຄຸ້ມຄອງນຳພາໃນການສ້າງ ແລະ ສັງລວມແຜນວຽກງານປະຈຳປີ, ປະຈຳໄຕມາດ;
  • ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຂອງຜູ້ບໍລິຫານ.

ເງື່ອນໄຂຜູ້ສະໝັກ

  • ເພດ ຊາຍ-ຍິງ ອາຍຸ 25ປີ ຂຶ້ນໄປ ບໍ່ເກີນ 45 ປີ;
  • ຈົບການສຶກສາລະດັບປະລິນຍາຕີຂຶ້ນໄປ ໃນຂະແໜງບໍລິຫານທຸລະກິດ, ການຕະຫລາດ ຫລືອື່ນໆທີ່ກ່ຽວຂ້ອງ;
  • ມີປະສົບການໃນການເຮັດວຽກດ້ານການວາງແຜນທຸລະກິດ, ການຕະຫລາດ, ປະຊາສຳພັນ ແລະການຂາຍ ຢ່າງ ໜ້ອຍ 3 ປີ ຂຶ້ນໄປ
  • ຖ້າມີປະສົບການ ແລະຄວາມຮູ້ກ່ຽວກັບການເຮັດ SEO, SEM, PPC, Facebook Ads, Google Ads ແລະຄວາມຮູ້ດ້ານຄຣິບໂຕຼຈະພິຈາລະນາພິເສດ;
  • ສາມາດສື່ສານ, ຂຽນ, ອ່ານພາສາອັງກິດ ໄດ້ໃນລະດັບດີ ແລະຖ້າສາມາດສື່ສານພາສາອື່ນໆເຊັ່ນ: ຈີນ, ຣັດເຊຍ, ຫວຽດນາມ ໄດ້ ຈະພິຈາລະນາພິເສດ;
  • ມີຄວາມຮູ້ ຄວາມສາມາດໃນການໃຊ້ຄອມພິວເຕີ ແລະລະບົບໄອທີເປັນຢ່າງດີ;
  • ມີທັກສະໃນດ້ານການເປັນຜູ້ນໍາທີ່ດີ ແລະ ພ້ອມຕອບສະໜອງການປະຕິບັດວຽກງານໂດຍທັນທີ.
  • ມີທັກສະການວິເຄາະ ແລະ ການແກ້ໄຂບັນຫາທີ່ດີເລີດ;
  • ມີທັກສະການສື່ສານ ແລະ ການພົວພັນລະຫວ່າງບຸກຄົນ;
ຫົວໜ້າຫ້ອງການບໍລິຫານ01 ຕໍາແໜ່ງ

ໜ້າທີ່ຮັບຜິດຊອບ

1.    ວຽກງານບັນຊີການເງິນ

  • ຮັບປະກັນຄວາມຖືກຕ້ອງ ແລະ ຄວາມສົມບູນຂອງບັນທຶກທາງດ້ານການບັນຊີການເງິນ, ທຸລະກຳ ແລະ ບົດລາຍງານ;
  • ກະກຽມ ແລະ ທົບທວນລາຍງານການເງິນ;
  • ວິເຄາະຂໍ້ມູນດ້ານການເງິນ ແລະ ສະໜອງຄວາມເຂົ້າໃຈໃຫ້ຜູ້ບໍລິຫານເພື່ອຈຸດປະສົງການຕັດສິນໃຈ;
  • ຕິດຕາມການປ່ຽນແປງມາດຕະຖານການບັນຊີ, ລະບຽບການ ແລະ ການປະຕິບັດທີ່ດີທີ່ສຸດ;
  • ຈັດຕັ້ງຂັ້ນຕອນການປິດທ້າຍປີ ແລະ ທ້າຍເດືອນ;
  • ຄຸ້ມຄອງນຳພາໃນການສ້າງ ແລະ ສັງລວມແຜນວຽກງານປະຈຳປີ, ປະຈຳໄຕມາດ;
  • ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຂອງຜູ້ບໍລິຫານ.

2.   ວຽກງານບໍລິຫານຫ້ອງການ

  • ສາມາດຊີ້ນຳ ແລະ ນຳພາການຈັດຕັ້ງປະຕິບັດວຽກງານທັງໝົດຂອງຫ້ອງການ;
  • ຮັບຜິດຊອບໃນການເຊັນອະນຸມັດເອກະສານ;
  • ກະກຽມບົດລາຍງານລາຍຮັບລາຍຈ່າຍ ປະຈຳເດືອນ, ໄຕມາດ ແລະ ເປັນປີໃຫ້ແກ່ຄະນະອຳນວຍການ;
  • ຕິດຕາມ ແລະ ກວດກາ ບັນຊີການເງິນ ຂອງບໍລິສັດເປັນປະຈຳ;
  • ຕິດຕາມການປະຕິບັດງານຂອງພະນັກງານ (ການກະກຽມແບບຟອມການປະເມີນຜົນ ແລະ ບົດລາຍງານ).

ເງື່ອນໄຂຜູ້ສະໝັກ

  • ເພດ ຊາຍ-ຍິງ ອາຍຸ 25ປີ ຂຶ້ນໄປ ບໍ່ເກີນ 45 ປີ;
  • ຈົບການສຶກສາລະດັບປະລິນຍາຕີຂຶ້ນໄປ ໃນຂະແໜງບັນຊີ, ການເງິນ, ການທະນາຄານ ຫຼື ຂະແໜງ ການທີ່ກ່ຽວຂ້ອງ ແລະ ຕ້ອງມີໃບຢັ້ງຢືນ CPA;
  • ມີປະສົບການໃນການເຮັດວຽກກ່ຽວກັບບັນຊີ-ການເງິນ ແລະ ການບໍລິຫານຢ່າງໜ້ອຍ 3 ປີ ຂຶ້ນໄປ, ຖ້າມີຄວາມຮູ້ດ້ານຄຣິບໂຕຼຈະພິຈາລະນາພິເສດ;
  • ສາມາດສື່ສານ, ຂຽນ, ອ່ານພາສາອັງກິດ ຫຼື ພາສາຕ່າງປະເທດ ໄດ້ໃນລະດັບດີ;
  • ມີຄວາມຮູ້ ຄວາມສາມາດໃນການໃຊ້ຄອມພິວເຕີ, ການນໍາໃຊ້ Microsoft office ໃນລະດັບດີ ແລະຕ້ອງເຄີຍໃຊ້ໂປຼແກມບັນຊີວິສາຫະກິດມາກ່ອນ;
  • ມີທັກສະໃນດ້ານການເປັນຜູ້ນໍາທີ່ດີ ແລະ ພ້ອມຕອບສະໜອງການປະຕິບັດວຽກງານໂດຍທັນທີ.
  • ມີທັກສະການວິເຄາະ ແລະ ການແກ້ໄຂບັນຫາທີ່ດີເລີດ;
  • ມີທັກສະການສື່ສານ ແລະ ການພົວພັນລະຫວ່າງບຸກຄົນ;
ຫົວໜ້າຂະແໜງ ນິຕິກຳ ແລະ ປະຕິບັດຕາມລະບຽບ01 ຕໍາແໜ່ງ

ໜ້າທີ່ຮັບຜິດຊອບ

  • ຮັບຜິດຊອບວຽກງານ ນິຕິກຳ, ລະບຽບການຕ່າງໆ, ຮ່າງສັນຍາ ແລະ ດັດແກ້ສັນຍາຕ່າງໆ ທີ່ນຳໃຊ້ພາຍໃນບໍລິສັດ ແລະ ນິຕິກຳທີ່ພົວພັນກັບພາຍນອກ.
  • ຮັບຜິດຊອບວຽກງານຄະດີຄວາມ, ເອກະສານ​ທີ່ກ່ຽວພັນກັບການ​ຮ້ອງ​ຟ້ອງ.
  • ດຳເນີນຄະດີຄວາມຕ່າງໆ ພ້ອມທັງຕິດຕາມການ​ຮ້ອງ​ຟ້ອງ, ຄະດີ​ທີ່ຢູ່​ໃນ​ທຸກຂັ້ນຕອນຂອງເຈົ້າໜ້າທີ່ຕໍາຫຼວດ, ສານ, ໄອຍະການ ແລະ ຫ້ອງການຈັດຕັ້ງປະຕິບັດ​ຄຳ​ຕັດສິນ​ຂອງສານ.
  • ໃຫ້​ຄຳເຫັນ ຫຼື ຄໍາ​ແນະນຳ ​ທາງ​ດ້ານລະບຽບ​ກົດໝາຍ, ນິຕິກຳຕ່າງໆ ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ປະຕິບັດ​ວຽກ​ງານ​ຂອງ​ບໍລິສັດ ​ເພື່ອ​ໃຫ້​ດຳ​ເນີນ​ໄປ​ຢ່າງ​ຖືກຕ້ອງ.
  • ຜັນຂະຫຍາຍແຈ້ງການ ກ່ຽວກັບການປະຕິບັດບັນດາ​ນິຕິ​ກຳ​ຕ່າງໆ ທີ່​​​ອອກໂດຍທະນາຄານແຫ່ງ ສປປ ລາວ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ກັບທຸລະກິດຂອງບໍລິສັດ.
  • ຮັບຜິດຊອບ ແລະ ຈັດຕັ້ງວຽກງານ AML ພ້ອມທັງເປັນເຈົ້າການໃນການພົວພັນ, ປະສານ ກັບສຳນັກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ທະນາຄານແຫ່ງ ສປປ ລາວ ກ່ຽວກັບການຈັດຕັ້ງ ແລະ ການປະຕິບັດ.
  • ປະສານພົບພັນ ສຳນັກງານຂໍ້ມູນຕ້ານການຟອກເງິນ, ທະນາຄານແຫ່ງ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃນການຄົ້ນຄວ້າ, ສ້າງ, ທົບທວນ, ປັບປຸງ ຫຼື ດັດແກ້ ບັນດານິຕິກຳ ແລະ ເຄື່ອງມືກ່ຽວກັບ ການຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ.
  • ວິເຄາະຂໍ້ມູນທີ່ສົງໄສວ່າ ເປັນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ພ້ອມທັງລາຍງານຕໍ່ສຳນັກງານຂໍ້ມູນຕ້ານການຟອກເງິນ, ທະນາຄານແຫ່ງ ສປປ ລາວ.
  • ຮັບຜິດຊອບ ແລະ ຈັດຕັ້ງປະຕິບັດ ວຽກງານການປະຕິບັດຕາມລະບຽບການຕ່າງໆ ທີ່ທະນາຄານແຫ່ງ ສປປ ລາວ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ກຳນົດອອກ ແຕ່ລະໄລຍະ.

ເງື່ອນໄຂຜູ້ສະໝັກ

  • ລະດັບການສຶກສາ ປະລິນຍາຕີຂຶ້ນໄປ ຫຼື ສູງກວ່າ ຍິ່ງເປັນການດີ ໃນສາຂາວິຊາສະເພາະກົດໝາຍ (ກົດໝາຍພົວພັນສາກົນ, ກົດໝາຍທຸລະກິດ, ກົດໝາຍແພ່ງ, ກົດໝາຍອາຍາ, ກົດໝາຍປົກຄອງ).
  • ມີສຸຂະພາບແຂງແຮງ, ບໍ່ຈຳກັດອາຍຸ ແລະ ມີມະນຸດສຳພັນດີ.
  • ມີຄວາມຮູ້ທາງດ້ານພາສາອັງກິດ ຫຼື ພາສາຕ່າງປະເທດ ອື່ນໆ ທີ່ສາມາດສື່ສານ, ອ່ານ-ຂຽນ ເຂົ້າໃຈ ໄດ້.
  • ມີປະສົບການເຮັດວຽກທາງດ້ານກົດໝາຍ, ນິຕິກຳລຸ່ມກົດໝາຍ ແລະ ວຽກງານທາງດ້ານຄະດີຄວາມ ມາກ່ອນຢ່າງໜ້ອຍ 01 ປີ ຂື້ນໄປ.
  • ສາມາດນຳໃຊ້ຄອມພິວເຕີ ແລະ ໂປຣແກຣມຕ່າງໆ ໄດ້ເປັນຢ່າງດີ.
  • ມີຫົວຄິດປະດິດສ້າງ ສຶກສາຄົ້ນຄ້ວາ ແລະ ພັດທະນາຕົນເອງ ຢູ່ເລື້ອຍໆ.
  • ມີວິໄນ, ຊື່ສັດ, ມີຄວາມຮັບຜິດຊອບຕໍ່ວຽກງານ, ດຸໝັ່ນ, ອົດທົນ, ສາມາດເຮັດວຽກເປັນທີມ ແລະ ສາມາດເຮັດວຽກ ພາຍໃຕ້ຄວາມກົດດັນໄດ້.
ຫົວໜ້າຂະແໜງ ການຕະຫຼາດ, ໂຄສະນາ ແລະ ປະຊາສຳພັນ01 ຕໍາແໜ່ງ

ໜ້າທີ່ຮັບຜິດຊອບ

  • ສົ່ງເສີມແບຣນຂອງບໍລິສັດ ແລະ ແນະນໍາຜະລິດຕະພັນໃໝ່ໆອອກສູ່ຕະຫຼາດ
  • ວາງແຜນການຕະຫຼາດ, ວິເຄາະຄວາມຕ້ອງການຂອງລູກຄ້າ, ປະເມີນແນວໂນ້ມຕະຫຼາດ
  • ສ້າງແຜນການຕະຫຼາດ, ການໂຄສະນາ ປະຈຳອາທິດ – ປະຈຳເດືອນ
  • ກວດສອບການຂຽນຂ່າວ, ຂຽນໂຄສະນາໃຫ້ມີເນື້ອຫາຄວບຄຸມ ແລະເປັນໄປຕາມນະໂຍບາຍຂອງບໍລິສັດ
  • ສ້າງແຜນການຈັດຝຶກອົບຮົມ ໃຫ້ຄວາມຮູ້ແກ່ລູກຄ້າທີ່ສົນໃຈໃນການລົງທຶນ
  • ສຶກສາ ຄົ້ນຄວ້າກົນລະຍຸດການໂຄສະນາໃຫ້ມີຄວາມອັບເດດ ແລະ ທັນສະໃໝຢູ່ສະເໝີ
  • ສ້າງແຜນກິດຈະກຳສົ່ງເສີມການຂາຍ
  • ເຮັດລາຍງານປະຈຳອາທິດ, ປະຈຳເດືອນ.

ເງື່ອນໄຂຜູ້ສະໝັກ

  • ບໍ່ຈໍາກັດເພດ, ອາຍຸບໍ່ເກີນ 35 ປີ
  • ຈົບການສຶກສາລະດັບປະລິນຍາຕີຂຶ້ນໄປ ໃນສາຂາການຕະຫຼາດ, ບໍລິຫານທຸລະກິດ, ໄອທີ ຫຼື ສາຂາອື່ນໆທີ່ກ່ຽວຂ້ອງ
  • ປະສົບການຢ່າງນ້ອຍ 3-5 ປີ ໃນສາຂາ ການຕະຫຼາດ, ໂຄສະນາ ໂດຍສະເພາະທາງດ້ານ Digital Marketing
  • ສາມາດເຮັດວຽກເປັນທີມ ແລະມີພາວະຄວາມເປັນຜູ້ນໍາສູງ
  • ມີຄວາມສາມາດໃນການຜະລິດຄອນເທັນເຊັ່ນ: ການຂຽນ, ການສ້າງພາບກຣາຟິກ ຫລື ຕັດຕໍ່ວີດີໂອ
  • ມີຄວາມຮູ້ ຄວາມເຂົ້າໃຈກ່ຽວກັບແພັດຟອມອອນລາຍຕ່າງໆ Facebook, Youtube, Tiktokເປັນຕົ້ນ
  • ຖ້າມີຄວາມຮູ້ດ້ານການລົງທຶນ, ສະກຸນເງິນ ດິຈິຕອນ (Cryptocurrency)ຈະພິຈາລະນາເປັນພິເສດ
  • ສາມາດສື່ສານພາສາອັງກິດ, ຖ້າໄດ້ພາສາຈີນ ຫລື ຣັດເຊຍແມ່ນຈະພິຈາລະນາເປັນພິເສດ
  • ສາມາດເຮັດວຽກພາຍໃຕ້ຄວາມກົດດັນ.
ພະນັກງານວິຊາການ ບໍລິຫານການຂາຍ (Sale Officer)02 ຕໍາແໜ່ງ

ໜ້າທີ່ຮັບຜິດຊອບ

  • ນໍາສະເໜີຜະລິດຕະພັນ ຂອງບໍລິສັດໃຫ້ລູກຄ້າ
  • ສ້າງສາຍພົວພັນກັບລູກຄ້າ ແລະຕົວແທນຂອງບໍລິສັດໃຫ້ໄດ້ຮັບຜົນດີ
  • ເຈລະຈາຕໍ່ລອງ ປິດການ ຊື້-ຂາຍ ແຕ່ລະຜະລິດຕະພັນ ຂອງບໍລິສັດ
  • ສ້າງຍອດຂາຍໃຫ້ບັນລຸຕາມເປົ້າໝາຍ
  • ເກັບກຳຂໍ້ມູນ, ສຶກສາຄວາມເພິ່ງພໍໃຈຂອງລູກຄ້າ ຈາກການບໍລິການ ແລະ ນຳໃຊ້ຜະລິດຕະພັນຕ່າງໆ ຂອງບໍລິສັດ ແຕ່ລະໄລຍະ.

ເງື່ອນໄຂຜູ້ສະໝັກ

  • ບໍ່ຈໍາກັດເພດ, ອາຍຸບໍ່ເກີນ 35 ປີ
  • ຈົບການສຶກສາລະດັບປະລິນຍາຕີຂຶ້ນໄປ ໃນສາຂາການຕະຫຼາດ, ການຂາຍ, ບໍລິຫານທຸລະກິດ, ໄອທີ ຫຼື ສາຂາອື່ນໆທີ່ກ່ຽວຂ້ອງ
  • ມີປະສົບການດ້ານສາຍງານທີ່ກ່ຽວຂ້ອງ ໃນຂົງເຂດການເງິນ, ການລົງທຶນ ແລະສິນເຊື່ອທະນາຄານ ແມ່ນຈະພິຈາລະນາເປັນພິເສດ
  • ມະນຸດສໍາພັນດີ, ບຸກຄະລິກດີ, ຍິ້້ມແຍ້ມແຈ່ມໃສ, ເປັນຄົນດຸໝັ່ນ, ລະອຽດ, ມີຄວາມຮັບຜິດຊອບສູງ, ຊື່ສັດ, ອົດທົນ, ກະຕືລືລົ້ນຮຽນຮູ້ໄດ້ໄວ ແລະມັກພັດທະນາຕົນເອງຢູ່ຕະຫຼອດເວລາ
  • ມີທັກສະໃນການສື່ສານ ພາສາລາວ ແລະ ພາສາອັງກິດ ທີ່ດີເລີດ, ຖ້າຫາກໄດ້ພາສາຈີນ, ພາສາຫວຽດນາມ ຄຽງຄູ່ກັນແມ່ນຈະພິຈາລະນາເປັນພິເສດ
  • ມີທັກສະໃນການນໍາໃຊ້ຄອມພິວເຕີເປັນຢ່າງດີ
  • ມີທັກສະການວິເຄາະ ແລະ ການແກ້ໄຂບັນຫາທີ່ດີເລີດ
  • ມີຄວາມສາມາດໃນການສື່ສານທີ່ໂດດເດັ່ນ (ເວົ້າ, ຂຽນ, ອ່ານ), ມີທັກສະໃນການນຳສະເໜີ
  • ມີທັກສະການຈັດການອົງກອນ ແລະ ມີຄວາມສາມາດໃນການຈັດການລຳດັບຄວາມສຳຄັນວຽກໄດ້ເປັນຢ່າງດີ
  • ສົນໃຈໃນເທັກໂນໂລຍີໃຫມ່ໆ ແລະ ໂດຍສະເພາະເທັກໂນໂລຍີບລັອກເຊນ
  • ຖ້າຫາກຜູ້ສະໝັກມີຄວາມຮູ້ດ້ານສະກຸນເງິນດີຈີຕອນ (cryptocurrency) ຈະໄດ້ຮັບການພິຈາລະນາເປັນພິເສດ
  • ສາມາດເຮັດວຽກງານພາຍໃຕ້ແຮງກົດດັນໄດ້ ເພື່ອເຮັດໃນວຽກງານບັນລຸເປົ້າໝາຍ.
ພະນັກງານວິຊາການ ການຕະຫຼາດ, ໂຄສະນາ ແລະປະຊາສໍາພັນ
(Marketing and Public Relations)01 ຕໍາແໜ່ງ

ໜ້າທີ່ຮັບຜິດຊອບ

  • ສ້າງແຜນການຕະຫຼາດປະຈຳອາທິດ – ປະຈຳເດືອນ
  • ຄິດຄົ້ນເນື້ອຫາ ແລະ ສ້າງຄອນເທັນໃຫ້ມີຄວາມແທດເໝາະ ແລະ ເຂົ້າໃຈງ່າຍ
  • ຄົ້ນຄວ້າຫາຂໍ້ມູນ ຂ່າວສານທີ່ຈຳເປັນຕ້ອງໃຊ້ໃນການໂຄສະນາປະຊາສຳພັນ
  • ລວບລວມໄອເດຍຕ່າງໆທີ່ກ່ຽວຜະລິດຕະພັນ ແລະ ບໍລິການຂອງບໍລິສັດ
  • ຂຽນຂ່າວ ຂຽນໂຄສະນາໃຫ້ມີເນື້ອຫາຄວບຄຸມ ແລະເປັນໄປຕາມນະໂຍບາຍຂອງບໍລິສັດ
  • ສຶກສາ ຄົ້ນຄວ້າກົນລະຍຸດການໂສນະນາໃຫ້ມີຄວາມອັບເດດ ແລະ ທັນສະໃໝ
  • ສ້າງກິດຈະກຳສົ່ງເສີມການຂາຍ
  • ເຮັດລາຍງານປະຈຳອາທິດ, ປະຈຳເດືອນ
  • ປະຕິບັດວຽກງານຕ່າງໆຕາມທີ່ທາງພະແນກໄດ້ມອບໝາຍໃຫ້

ເງື່ອນໄຂຜູ້ສະໝັກ

  • ບໍ່ຈໍາກັດເພດ, ອາຍຸບໍ່ເກີນ 35 ປີ;
  • ຈົບການສຶກສາລະດັບປະລິນຍາຕີຂຶ້ນໄປ ໃນສາຂາການຕະຫຼາດ, ບໍລິຫານທຸລະກິດ, ໄອທີ ຫຼື ສາຂາອື່ນໆທີ່ກ່ຽວຂ້ອງ;
  • ປະສົບການຢ່າງນ້ອຍ 1 ປີ ໃນສາຂາ ການຕະຫຼາດອອນລາຍ
  • ມີທັກສະດ້ານການຄົ້ນຄວ້າຂໍ້ມູນ, ວິເຄາະຂໍ້ມູນ
  • ມີຄວາມສາມາດໃນການຜະລິດຄອນເທັນເຊັ່ນ: ການຂຽນ, ການສ້າງພາບກຣາຟິກ ຫລື ຕັດຕໍ່ວີດີໂອ
  • ມີຄວາມຮູ້ ຄວາມເຂົ້າໃຈກ່ຽວກັບແພັດຟອມອອນລາຍຕ່າງໆ Facebook, Youtube, Tiktok ເປັນຕົ້ນ.
  • ມີຄວາມຄິດລິເລີ່ມໃນການສ້າງສັນຜົນງານ ແລະ ທັກສະການສື່ສານທີ່ເຂົ້າໃຈງ່າຍ
  • ຖ້າມີຄວາມຮູ້ດ້ານການລົງທຶນ, ສະກຸນເງິນ ດິຈິຕອນ (Cryptocurrency) ຈະພິຈາລະນາເປັນພິເສດ
  • ສາມາດສື່ສານພາສາອັງກິດ, ຖ້າໄດ້ພາສາຈີນ, ຫວຽດນາມ ແມ່ນຈະພິຈາລະນາເປັນພິເສດ.
  • ສາມາດເຮັດວຽກພາຍໃຕຄວາມກົດດັນ.
  • ສົນໃຈໃນເທັກໂນໂລຍີໃຫມ່ໆ ແລະ ໂດຍສະເພາະເທັກໂນໂລຍີບລັອກເຊນ (Blockchain).
ພະນັກງານວິຊາການ ພັດທະນາຜະລິດຕະພັນ01 ຕໍາແໜ່ງ

ໜ້າທີ່ຮັບຜິດຊອບ

  • ສຶກສາຄົ້ນຄວ້າ, ພັດທະນາຜະລິດຕະພັນ ແລະ ຮູບແບບການບໍລິການ ທັນຍຸກທັນສະໄໝ ໃຫ້ແທດເໝາະກັບຄວາມຕ້ອງການ, ມີທ່າແຮງໃນການແຂ່ງຂັນ, ສ້າງຄວາມແຕກຕ່າງດ້ານການບໍລິການ;
  • ຄົ້ນຄວ້າ, ສຶກສາ ແລະ ກໍານົດຄ່າບໍລິການ ບົນພື້ນຖານການກໍານົດຕົ້ນທຶນ ແລະ ຄ່າບໍລິການ ທີ່ສົມເຫດສົມຜົນ;
  • ກຳນົດອັດຕາແລກປ່ຽນ (Rate) ຂອງການຊື້-ຂາຍ ເງິນຄຣິບໂຕ ປະຈຳວັນ;
  • ກຳນົດອັດຕາການ ຝາກ-ຖອນ (Deposit-Withdrawal) ເງິນຄຣິບໂຕ ປະຈຳວັນ;
  • ປະເມີນ, ທົບທວນ ແລະ ຕິດຕາມຜະລິດຕະພັນ ທີ່ໄດ້ສ້າງຂຶ້ນ ໂດຍນຳເອົາຂໍ້ມູນມາປັບປຸງ ແລະ ພັດທະນາໃຫ້ແທດເໝາະ ແກ່ການບໍລິການ ແຕ່ລະໄລຍະ;
  • ສັງລວມ ແລະ ປຽບທຽບຂໍ້ມູນຄູ່ແຂ່ງການບໍລິການ ແລະ ຜະລິດຕະພັນຕ່າງໆ ພາຍໃນ ແລະ ພາຍນອກ;

ເງື່ອນໄຂຜູ້ສະໝັກ

  • ບໍ່ຈໍາກັດເພດ, ອາຍຸບໍ່ເກີນ 35 ປີ
  • ຈົບການສຶກສາລະດັບປະລິນຍາຕີຂຶ້ນໄປ ໃນສາຂາການຕະຫຼາດ, ບໍລິຫານທຸລະກິດ, ໄອທີ ຫຼື ສາຂາອື່ນໆທີ່ກ່ຽວຂ້ອງ
  • ມີປະສົບການດ້ານການພັດທະນາຜະລິດຕະພັນ ແມ່ນຈະພິຈາລະນາເປັນພິເສດ
  • ມະນຸດສໍາພັນດີ, ບຸກຄະລິກດີ, ຍິ້້ມແຍ້ມແຈ່ມໃສ, ເປັນຄົນດຸໝັ່ນ, ລະອຽດ, ມີຄວາມຮັບຜິດຊອບສູງ, ຊື່ສັດ, ອົດທົນ, ກະຕືລືລົ້ນຮຽນຮູ້ໄດ້ໄວ ແລະມັກພັດທະນາຕົນເອງຢູ່ຕະຫຼອດເວລາ.
  • ມີປະສົບການດ້ານສາຍງານທີ່ກ່ຽວຂ້ອງ ໃນຂົງເຂດການເງິນ, ການລົງທຶນ ແມ່ນຈະພິຈາລະນາເປັນພິເສດ;
  • ມີທັກສະໃນການສື່ສານ ພາສາລາວ ແລະ ພາສາອັງກິດ ທີ່ດີເລີດ, ຖ້າຫາກໄດ້ພາສາຈີນ, ພາສາຫວຽດນາມ ຄຽງຄູ່ກັນແມ່ນຈະພິຈາລະນາເປັນພິເສດ;
  • ມີທັກສະໃນການນໍາໃຊ້ຄອມພິວເຕີເປັນຢ່າງດີ;
  • ມີທັກສະການວິເຄາະ ແລະ ການແກ້ໄຂບັນຫາທີ່ດີເລີດ;
  • ມີຄວາມສາມາດໃນການສື່ສານທີ່ໂດດເດັ່ນ (ເວົ້າ, ຂຽນ, ອ່ານ), ມີທັກສະໃນການນຳສະເໜີ;
  • ມີທັກສະການຈັດການອົງກອນ ແລະ ມີຄວາມສາມາດໃນການຈັດການລຳດັບຄວາມສຳຄັນວຽກໄດ້ເປັນຢ່າງດີ;
  • ສົນໃຈໃນເທັກໂນໂລຍີໃຫມ່ໆ ແລະ ໂດຍສະເພາະເທັກໂນໂລຍີບລັອກເຊນ;
  • ຖ້າຫາກຜູ້ສະໝັກມີຄວາມຮູ້ດ້ານສະກຸນເງິນດີຈີຕອນ (cryptocurrency) ຈະໄດ້ຮັບການພິຈາລະນາເປັນພິເສດ;
  • ສາມາດເຮັດວຽກງານພາຍໃຕ້ແຮງກົດດັນໄດ້ ເພື່ອເຮັດໃນວຽກງານບັນລຸເປົ້າໝາຍ;
  • ມີບຸກຄະລິກກະພາບທີ່ດີ, ສຸຂະພາບແຂງແຮງດີ, ມີຄວາມລະອຽດຮອບຄອບ, ມີລະບຽບວິໄນ, ມີຄວາມຮັບຜິດຊອບສູງ, ມີຄວາມອົດທົນໃນການປະຕິບັດວຽກງານ, ມີແນວຄວາມຄິດສ້າງສັນ ແລະສາມາດເຮັດວຽກເປັນທີມໄດ້.
ພະນັກງານວິຊາການ ບໍລິຫານຄວາມສ່ຽງ1 ຕໍາແໜ່ງ

ໜ້າທີ່ຮັບຜິດຊອບ

  • ກໍານົດນະໂຍບາຍຄວາມສ່ຽງ ທາງດ້ານທຸລະກິດ, ດ້ານລະບົບ ຂອງບໍລິສັດ ແລະ ພັດທະນາ ລະບົບພາຍໃນ ຮ່ວມກັບພະແນກ/ໜ່ວຍງານຕ່າງໆ ທີ່ກ່ຽວຂ້ອງ ພ້ອມກໍານົດແນວທາງ ຄວບຄຸມຄວາມສ່ຽງ ຢ່າງລະອຽດ ແລະ ຮັດກຸມ;
  • ຄົ້ນຄວ້າ, ສຶກສາ ພ້ອມວິທີແກ້ໄຂ ແລະ ປ້ອງກັນຄວາມສ່ຽງ ພາຍໃນ ແລະ ພາຍນອກ ທີ່ອາດຈະເກີດຂື້ນກັບລະບົບຂອງບໍລິສັດ ພ້ອມທັງວາງແຜນແກ້ໄຂ ກໍລະນີເກີດເຫດສຸກເສີນ, ເພື່ອບໍ່ໃຫ້ມີຜົນກະທົບຕໍ່ທຸລະກິດບໍລິສັດ ຫຼື ກະທົບຫນ້ອຍທີ່ສຸດ;
  • ວິເຄາະ, ກວດສອບກະເປົາ (Wallet) ຂອງລູກຄ້າ ຫຼື ບຸກຄົນອື່ນ ທີ່ເຮັດທຸລະກຳຊື້-ຂາຍຫຼຽນ ຜ່ານຜະລິດຕະພັນຂອງບໍລິສັດ (ອອກລາຍງານ ການກວດສອບກະເປົາ (Wallet), ປະກອບຂໍ້ມູນ ແລະ ທິດທາງ ແກ່ຄະນະຜູ້ບໍລິຫານ ໃນການຕັດສິນໃຈ ເຮັດທຸລະກຳ, ເກັບກຳຂໍ້ມູນ ແລະ ສ້າງລາຍງານຕິດຕາມ ຄວາມສ່ຽງຂອງຫຼຽນປະເພດຕ່າງໆ ແລະ ຄວາມສ່ຽງອື່ນໆ ທີ່ເຂົ້າມາຜ່ານລະບົບບິດຄິກ ເພື່ອການແກ້ໄຂຄວາມສ່ຽງ ຢ່າງທັນເວລາ)
  • ບໍລິຫານຄວາມສ່ຽງປະເພດຕ່າງໆ ທີ່ເຂົ້າມາຜ່ານລະບົບບໍລິສັດ ພ້ອມທັງໃຫ້ຄຳແນະນຳ ເພື່ອເປັນແນວທາງ ໃນການຕັດສິນໃຈ ຂອງຜູ້ບໍລິຫານ ແລະ ພະນັກງານຜູ້ປະຕິບັດໜ້າທີ່;
  • Update, ຕິດຕາມ ການເຄື່ອນໄຫວ, ການປ່ຽນແປງ ຂອງຫຼຽນປະເພດຕ່າງໆ ເປັນປະຈຳວັນ, ເປັນແຕ່ລະໄລຍະ ເພື່ອນຳເອົາຂໍ້ມູນທີ່ໄດ້ ມາສຶກສາ, ຄົ້ນຄວ້າ ເຖິງຜົນກະທົບທີ່ອາດຈະເກີດຂຶ້ນກັບບໍລິສັດ ແລະ ວາງແຜນເພື່ອປ້ອງກັນຄວາມສ່ຽງ ຢ່າງຮັດກຸມ ແລະ ທັນເວລາ;
  • ເຂົ້າຮ່ວມໂຄງການພັດທະນາ ຫຼື ປັບປຸງ ຜະລິດຕະພັນຕ່າງໆ, ການພັດທະນາລະບົບການຄຸ້ມຄອງ ແລະ ການພັດທະນາໂປຣແກຣມ ເພື່ອວາງແຜນບໍລິຫານຄວາມສ່ຽງ ທີ່ອາດຈະເກີດຂຶ້ນ;
  • ຮ່ວມ, ສົມທົບ ກັບພະແນກ ຫຼື ໜ່ວຍງານອື່ນ ທີ່ກ່ຽວຂ້ອງ ໃນການສ້າງຄູ່ມືຜະລິດຕະພັນບໍລິການ, ຄູ່ມືນຳໃຊ້ປະຕິບັດວຽກ (Work Flow) ພ້ອມທັງກຳນົດແນວທາງປ້ອງກັນຄວາມສ່ຽງ ຢ່າງລະອຽດ ແລະ ຮັດກຸມ;
  • ສຶກສາ, ຄົ້ນຄວ້າຂໍ້ມູນ ຂອງການນຳໃຊ້ລະບົບພາຍໃນ ແລະ ເຊື່ອມຕໍ່ກັບພາຍນອກ ທີ່ເຫັນວ່າມີຄວາມສ່ຽງ ແລະ ນຳສະເໜີຕໍ່ພະແນກທີ່ກ່ຽວຂ້ອງ, ຄະນະອໍານວຍການ ຫຼື ຄະນະຜູ້ບໍລິຫານ ເພື່ອນຳສະເໜີ ແນວທາງໃນການແກ້ໄຂ ແລະ ໄດ້ຮັບການປ້ອງກັນຄວາມສ່ຽງ ຢ່າງທັນເວລາ;
  • ປະສານ, ສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງ ທັງພາຍໃນ ແລະ ພາຍນອກ ບໍລິສັດ ເພື່ອຄົ້ນຄວ້າ ແລະ ຈັດຕັ້ງປະຕິບັດ ຂໍ້ກຳນົດ, ຫຼັກການປ້ອງການຄວາມສ່ຽງໃນດ້ານຕ່າງໆ ທີ່ທາງພາກລັດ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ໄດ້ກຳນົດ ແລະ ວາງອອກ ແຕ່ລະໄລຍະ;
  • ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມການມອບໝາຍຂອງຄະນະພະແນກ, ຄະນະຜູ້ບໍລິຫານ ແລະ ປະທານສະພາບໍລິຫານ;

ເງື່ອນໄຂຜູ້ສະໝັກ

  • ເພດຊາຍ ຫຼື ຍິງ, ອາຍຸ 22 – 30 ປີ
  • ລະດັບການສຶກສາ ປະລິນຍາຕີຂຶ້ນໄປ ໃນສາຂາ ບໍລິຫານຄວາມສ່ຽງ, ບໍລິຫານທຸລະກິດ, ການເງິນ-ການທະນາຄານ, ເສດຖະສາດ ຫຼື ສາຂາທີ່ກ່ຽວຂ້ອງ (ຖ້າມີຄວາມຮູ້ກ່ຽວກັບ Cryptocurrency ຈະພິຈາລະນາເປັນພິເສດ);
  • ມີປະສົບການເຮັດວຽກ ຢ່າງໜ້ອຍ 01 ປີ ຂື້ນໄປ ທາງດ້ານບໍລິຫານຄວາມສ່ຽງ, ທະນາຄານ, Cryptocurrency;
  • ມີຄວາມຮູ້ທາງດ້ານພາສາອັງກິດ ຫຼື ພາສາຕ່າງປະເທດອື່ນໆ ທີ່ສາມາດສື່ສານ, ອ່ານ-ຂຽນ ເຂົ້າໃຈ ໄດ້;
  • ສາມາດນຳໃຊ້ຄອມພິວເຕີໃນລະດັບທີ່ດີ ແລະ ໂປຣແກຣມຕ່າງໆ (Word, Excel, PowerPoint, …) ເປັນຢ່າງດີ;
  • ມີສຸຂະພາບແຂງແຮງ, ຫ້າວຫັນ, ກະຕືລືລົ້ນ, ມີວິໄນ, ດຸໝັ່ນ, ອົດທົນໃນການເຮັດວຽກ ແລະ ຊື່ສັດ
  • ມີຫົວຄິດປະດິດສ້າງ, ກ້າສະແດງອອກ ຫຼື ສະເໜີແນວຄວາມຄິດໃໝ່ໆ, ສຶກສາຄົ້ນຄວ້າ ແລະ ພັດທະນາຕົນເອງ ຢູ່ເລື້ອຍໆ;
  • ມີຄວາມຮັບຜິດຊອບຕໍ່ວຽກງານສູງ, ມີມະນຸດສຳພັນດີ, ມີທັກສະປະຕິສໍາພັນກັບຄົນອື່ນ, ສື່ສານ ແລະ ຕິດຕາມວຽກທີ່ດີ ເພື່ອເຮັດໃຫ້ວຽກສໍາເລັດທັນຕາມກໍານົດເວລາ ແລະ ຕາມເປົ້າໝາຍ
  • ສາມາດເຮັດວຽກເປັນທີມ ຫຼື ດຽວໄດ້ ແລະ ສາມາດເຮັດວຽກ ພາຍໃຕ້ຄວາມກົດດັນໄດ້;