Want to join our team?

Help us create a new financial world

Build the future of finance

 

Join us to make the financial system more efficient, highly affordable and secured to everyone everywhere.

Our employees benefits.

At bitqik, we build you as a great person to have healthy and fulfilling careers.
Be part of our dynamic team!

Remote work

Mentorship and crypto training

Speaking/Conference opportunities

Competitive salary

Training and development

Community events

Flexible working hours

Team building activities

Health insurance

Open opportunities

ຫົວໜ້າ ພະແນກທຸລະກິດ01 ຕໍາແໜ່ງ

ໜ້າທີ່ຮັບຜິດຊອບ

  • ຊີ້ນຳ-ນຳພາການປະຕິບັດວຽກງານພາຍໃນພະແນກໂດຍອີງຕາມນະໂຍບາຍຂອງຜູ້ບໍລິຫານກຳນົດອອກແຕ່ລະໄລຍະ;
  • ວາງແຜນ ແລະ ປະຕິບັດໃຫ້ບໍລິສັດປະສົບຜົນສຳເລັດໃນຕະຫລາດທັງພາຍໃນ ແລະຂະຫຍາຍສູ່ຕະຫລາດສາກົນ;
  • ກຳນົດແຜນການໂຄສະນາປະຊາສຳພັນ, ແຄມເປນ ແລະກົນລະຍຸດການຂາຍ ເຂົ້າເຖິງກຸ່ມລູກຄ້າ ໃຫ້ສອດຄ່ອງກັບ KPI ຂອງບໍລິສັດ;
  • ວິເຄາະສະພາບເສດຖະກິດ, ຕະຫລາດ ແລະກົນລະຍຸດຂອງຄູ່ແຂ່ງ;
  • ວິເຄາະ, ພັດທະນາ ແລະປັບປຸງຜະລິດຕະພັນ ໃຫ້ສອດຄ່ອງກັບຄວາມຕ້ອງການຂອງຕະຫລາດ;
  • ວາງແຜນ ແລະບໍລິຫານແຄມເປນດ້ານການຕະຫລາດ ນັບແຕ່ເລີ່ມຕົ້ນ ຈົນສິ້ນສຸດ ແລະປະເມີນຕິດຕາມຜົນ;
  • ປະສານງານຮ່ວມກັບພາດເນີທັງພາຍໃນ ແລະພາຍນອກປະເທດ;
  • ເປັນໂຕແທນນຳສະເຫນີຜະລິດຕະພັນ ແລະຮັກສາພາບລັກຂອງບໍລິສັດ ຕໍ່ກັບຄູ່ຮ່ວມ ແລະລູກຄ້າ ທຸກພາກສ່ວນ;
  • ກວດກາ ແລະສັງລວມລາຍງານຕ່າງໆທີ່ກ່ຽວຂ້ອງຂອງພະແນກທຸລະກິດ;
  • ຄຸ້ມຄອງນຳພາໃນການສ້າງ ແລະ ສັງລວມແຜນວຽກງານປະຈຳປີ, ປະຈຳໄຕມາດ;
  • ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຂອງຜູ້ບໍລິຫານ.

ເງື່ອນໄຂຜູ້ສະໝັກ

  • ເພດ ຊາຍ-ຍິງ ອາຍຸ 25 ປີ ຂຶ້ນໄປ ບໍ່ເກີນ 45 ປີ;
  • ຈົບການສຶກສາລະດັບປະລິນຍາຕີຂຶ້ນໄປ ໃນຂະແໜງບໍລິຫານທຸລະກິດ, ການຕະຫລາດ ຫລືອື່ນໆທີ່ກ່ຽວຂ້ອງ;
  • ມີປະສົບການໃນການເຮັດວຽກດ້ານການວາງແຜນທຸລະກິດ, ການຕະຫລາດ, ປະຊາສຳພັນ ແລະການຂາຍ ຢ່າງ ໜ້ອຍ 2 ປີ ຂຶ້ນໄປ
  • ຖ້າມີປະສົບການ ແລະຄວາມຮູ້ກ່ຽວກັບການເຮັດ SEO, SEM, PPC, Facebook Ads, Google Ads ແລະຄວາມຮູ້ດ້ານຄຣິບໂຕຼຈະພິຈາລະນາພິເສດ;
  • ສາມາດສື່ສານ, ຂຽນ, ອ່ານພາສາອັງກິດ ໄດ້ໃນລະດັບດີ ແລະຖ້າສາມາດສື່ສານພາສາອື່ນໆເຊັ່ນ: ຈີນ, ຣັດເຊຍ, ຫວຽດນາມ ໄດ້ ຈະພິຈາລະນາພິເສດ;
  • ມີຄວາມຮູ້ ຄວາມສາມາດໃນການໃຊ້ຄອມພິວເຕີ ແລະລະບົບໄອທີເປັນຢ່າງດີ;
  • ມີທັກສະໃນດ້ານການເປັນຜູ້ນໍາທີ່ດີ ແລະ ພ້ອມຕອບສະໜອງການປະຕິບັດວຽກງານໂດຍທັນທີ.
  • ມີທັກສະການວິເຄາະ ແລະ ການແກ້ໄຂບັນຫາທີ່ດີເລີດ;
  • ມີທັກສະການສື່ສານ ແລະ ການພົວພັນລະຫວ່າງບຸກຄົນ.
ພະນັກງານວິຊາການ ການຕະຫຼາດ, ໂຄສະນາ ແລະປະຊາສໍາພັນ01 ຕໍາແໜ່ງ

ໜ້າທີ່ຮັບຜິດຊອບ

  • ສ້າງແຜນການຕະຫຼາດປະຈຳອາທິດ – ປະຈຳເດືອນ
  • ຄິດຄົ້ນເນື້ອຫາ ແລະ ສ້າງຄອນເທັນໃຫ້ມີຄວາມແທດເໝາະ ແລະ ເຂົ້າໃຈງ່າຍ
  • ຄົ້ນຄວ້າຫາຂໍ້ມູນ ຂ່າວສານທີ່ຈຳເປັນຕ້ອງໃຊ້ໃນການໂຄສະນາປະຊາສຳພັນ
  • ລວບລວມໄອເດຍຕ່າງໆທີ່ກ່ຽວຜະລິດຕະພັນ ແລະ ບໍລິການຂອງບໍລິສັດ
  • ຂຽນຂ່າວ ຂຽນໂຄສະນາໃຫ້ມີເນື້ອຫາຄວບຄຸມ ແລະເປັນໄປຕາມນະໂຍບາຍຂອງບໍລິສັດ
  • ສຶກສາ ຄົ້ນຄວ້າກົນລະຍຸດການໂສນະນາໃຫ້ມີຄວາມອັບເດດ ແລະ ທັນສະໃໝ
  • ສ້າງກິດຈະກຳສົ່ງເສີມການຂາຍ
  • ເຮັດລາຍງານປະຈຳອາທິດ, ປະຈຳເດືອນ
  • ປະຕິບັດວຽກງານຕ່າງໆຕາມທີ່ທາງພະແນກໄດ້ມອບໝາຍໃຫ້

ເງື່ອນໄຂຜູ້ສະໝັກ

  • ບໍ່ຈໍາກັດເພດ, ອາຍຸບໍ່ເກີນ 35 ປີ;
  • ຈົບການສຶກສາລະດັບປະລິນຍາຕີຂຶ້ນໄປ ໃນສາຂາການຕະຫຼາດ, ບໍລິຫານທຸລະກິດ, ໄອທີ ຫຼື ສາຂາອື່ນໆທີ່ກ່ຽວຂ້ອງ;
  • ປະສົບການຢ່າງນ້ອຍ 1 ປີ ໃນສາຂາ ການຕະຫຼາດອອນລາຍ
  • ມີທັກສະດ້ານການຄົ້ນຄວ້າຂໍ້ມູນ, ວິເຄາະຂໍ້ມູນ
  • ມີຄວາມສາມາດໃນການຜະລິດຄອນເທັນເຊັ່ນ: ການຂຽນ, ການສ້າງພາບກຣາຟິກ ຫລື ຕັດຕໍ່ວີດີໂອ
  • ມີຄວາມຮູ້ ຄວາມເຂົ້າໃຈກ່ຽວກັບແພັດຟອມອອນລາຍຕ່າງໆ Facebook, Youtube, Tiktok ເປັນຕົ້ນ.
  • ມີຄວາມຄິດລິເລີ່ມໃນການສ້າງສັນຜົນງານ ແລະ ທັກສະການສື່ສານທີ່ເຂົ້າໃຈງ່າຍ
  • ຖ້າມີຄວາມຮູ້ດ້ານການລົງທຶນ, ສະກຸນເງິນ ດິຈິຕອນ (Cryptocurrency) ຈະພິຈາລະນາເປັນພິເສດ
  • ສາມາດສື່ສານພາສາອັງກິດ, ຖ້າໄດ້ພາສາຈີນ, ຫວຽດນາມ ແມ່ນຈະພິຈາລະນາເປັນພິເສດ.
  • ສາມາດເຮັດວຽກພາຍໃຕຄວາມກົດດັນ.
  • ສົນໃຈໃນເທັກໂນໂລຍີໃຫມ່ໆ ແລະ ໂດຍສະເພາະເທັກໂນໂລຍີບລັອກເຊນ (Blockchain).
ພະນັກງານວິຊາການ ພັດທະນາຜະລິດຕະພັນ02 ຕໍາແໜ່ງ

ໜ້າທີ່ຮັບຜິດຊອບ

  • ສຶກສາຄົ້ນຄວ້າ, ພັດທະນາຜະລິດຕະພັນ ແລະ ຮູບແບບການບໍລິການ ທັນຍຸກທັນສະໄໝ ໃຫ້ແທດເໝາະກັບຄວາມຕ້ອງການ, ມີທ່າແຮງໃນການແຂ່ງຂັນ, ສ້າງຄວາມແຕກຕ່າງດ້ານການບໍລິການ;
  • ຄົ້ນຄວ້າ, ສຶກສາ ແລະ ກໍານົດຄ່າບໍລິການ ບົນພື້ນຖານການກໍານົດຕົ້ນທຶນ ແລະ ຄ່າບໍລິການ ທີ່ສົມເຫດສົມຜົນ;
  • ກຳນົດອັດຕາແລກປ່ຽນ (Rate) ຂອງການຊື້-ຂາຍ ເງິນຄຣິບໂຕ ປະຈຳວັນ;
  • ກຳນົດອັດຕາການ ຝາກ-ຖອນ (Deposit-Withdrawal) ເງິນຄຣິບໂຕ ປະຈຳວັນ;
  • ປະເມີນ, ທົບທວນ ແລະ ຕິດຕາມຜະລິດຕະພັນ ທີ່ໄດ້ສ້າງຂຶ້ນ ໂດຍນຳເອົາຂໍ້ມູນມາປັບປຸງ ແລະ ພັດທະນາໃຫ້ແທດເໝາະ ແກ່ການບໍລິການ ແຕ່ລະໄລຍະ;
  • ສັງລວມ ແລະ ປຽບທຽບຂໍ້ມູນຄູ່ແຂ່ງການບໍລິການ ແລະ ຜະລິດຕະພັນຕ່າງໆ ພາຍໃນ ແລະ ພາຍນອກ;

ເງື່ອນໄຂຜູ້ສະໝັກ

  • ບໍ່ຈໍາກັດເພດ, ອາຍຸບໍ່ເກີນ 35 ປີ
  • ຈົບການສຶກສາລະດັບປະລິນຍາຕີຂຶ້ນໄປ ໃນສາຂາການຕະຫຼາດ, ບໍລິຫານທຸລະກິດ, ໄອທີ ຫຼື ສາຂາອື່ນໆທີ່ກ່ຽວຂ້ອງ
  • ມີປະສົບການດ້ານການພັດທະນາຜະລິດຕະພັນ ແມ່ນຈະພິຈາລະນາເປັນພິເສດ
  • ມະນຸດສໍາພັນດີ, ບຸກຄະລິກດີ, ຍິ້້ມແຍ້ມແຈ່ມໃສ, ເປັນຄົນດຸໝັ່ນ, ລະອຽດ, ມີຄວາມຮັບຜິດຊອບສູງ, ຊື່ສັດ, ອົດທົນ, ກະຕືລືລົ້ນຮຽນຮູ້ໄດ້ໄວ ແລະມັກພັດທະນາຕົນເອງຢູ່ຕະຫຼອດເວລາ.
  • ມີປະສົບການດ້ານສາຍງານທີ່ກ່ຽວຂ້ອງ ໃນຂົງເຂດການເງິນ, ການລົງທຶນ ແມ່ນຈະພິຈາລະນາເປັນພິເສດ;
  • ມີທັກສະໃນການສື່ສານ ພາສາລາວ ແລະ ພາສາອັງກິດ ທີ່ດີເລີດ, ຖ້າຫາກໄດ້ພາສາຈີນ, ພາສາຫວຽດນາມ ຄຽງຄູ່ກັນແມ່ນຈະພິຈາລະນາເປັນພິເສດ;
  • ມີທັກສະໃນການນໍາໃຊ້ຄອມພິວເຕີເປັນຢ່າງດີ;
  • ມີທັກສະການວິເຄາະ ແລະ ການແກ້ໄຂບັນຫາທີ່ດີເລີດ;
  • ມີຄວາມສາມາດໃນການສື່ສານທີ່ໂດດເດັ່ນ (ເວົ້າ, ຂຽນ, ອ່ານ), ມີທັກສະໃນການນຳສະເໜີ;
  • ມີທັກສະການຈັດການອົງກອນ ແລະ ມີຄວາມສາມາດໃນການຈັດການລຳດັບຄວາມສຳຄັນວຽກໄດ້ເປັນຢ່າງດີ;
  • ສົນໃຈໃນເທັກໂນໂລຍີໃຫມ່ໆ ແລະ ໂດຍສະເພາະເທັກໂນໂລຍີບລັອກເຊນ;
  • ຖ້າຫາກຜູ້ສະໝັກມີຄວາມຮູ້ດ້ານສະກຸນເງິນດີຈີຕອນ (cryptocurrency) ຈະໄດ້ຮັບການພິຈາລະນາເປັນພິເສດ;
  • ສາມາດເຮັດວຽກງານພາຍໃຕ້ແຮງກົດດັນໄດ້ ເພື່ອເຮັດໃນວຽກງານບັນລຸເປົ້າໝາຍ;
  • ມີບຸກຄະລິກກະພາບທີ່ດີ, ສຸຂະພາບແຂງແຮງດີ, ມີຄວາມລະອຽດຮອບຄອບ, ມີລະບຽບວິໄນ, ມີຄວາມຮັບຜິດຊອບສູງ, ມີຄວາມອົດທົນໃນການປະຕິບັດວຽກງານ, ມີແນວຄວາມຄິດສ້າງສັນ ແລະສາມາດເຮັດວຽກເປັນທີມໄດ້.
ພະນັກງານວິຊາການ ບໍລິຫານການຂາຍ02 ຕໍາແໜ່ງ

ໜ້າທີ່ຮັບຜິດຊອບ

  • ນໍາສະເໜີຜະລິດຕະພັນ ຂອງບໍລິສັດໃຫ້ລູກຄ້າ
  • ສ້າງສາຍພົວພັນກັບລູກຄ້າ ແລະຕົວແທນຂອງບໍລິສັດໃຫ້ໄດ້ຮັບຜົນດີ
  • ເຈລະຈາຕໍ່ລອງ ປິດການ ຊື້-ຂາຍ ແຕ່ລະຜະລິດຕະພັນ ຂອງບໍລິສັດ
  • ສ້າງຍອດຂາຍໃຫ້ບັນລຸຕາມເປົ້າໝາຍ
  • ເກັບກຳຂໍ້ມູນ, ສຶກສາຄວາມເພິ່ງພໍໃຈຂອງລູກຄ້າ ຈາກການບໍລິການ ແລະ ນຳໃຊ້ຜະລິດຕະພັນຕ່າງໆ ຂອງບໍລິສັດ ແຕ່ລະໄລຍະ.

ເງື່ອນໄຂຜູ້ສະໝັກ

  • ບໍ່ຈໍາກັດເພດ, ອາຍຸບໍ່ເກີນ 35 ປີ
  • ຈົບການສຶກສາລະດັບປະລິນຍາຕີຂຶ້ນໄປ ໃນສາຂາການຕະຫຼາດ, ການຂາຍ, ບໍລິຫານທຸລະກິດ, ໄອທີ ຫຼື ສາຂາອື່ນໆທີ່ກ່ຽວຂ້ອງ
  • ມີປະສົບການດ້ານສາຍງານທີ່ກ່ຽວຂ້ອງ ໃນຂົງເຂດການເງິນ, ການລົງທຶນ ແລະສິນເຊື່ອທະນາຄານ ແມ່ນຈະພິຈາລະນາເປັນພິເສດ
  • ມະນຸດສໍາພັນດີ, ບຸກຄະລິກດີ, ຍິ້້ມແຍ້ມແຈ່ມໃສ, ເປັນຄົນດຸໝັ່ນ, ລະອຽດ, ມີຄວາມຮັບຜິດຊອບສູງ, ຊື່ສັດ, ອົດທົນ, ກະຕືລືລົ້ນຮຽນຮູ້ໄດ້ໄວ ແລະມັກພັດທະນາຕົນເອງຢູ່ຕະຫຼອດເວລາ
  • ມີທັກສະໃນການສື່ສານ ພາສາລາວ ແລະ ພາສາອັງກິດ ທີ່ດີເລີດ, ຖ້າຫາກໄດ້ພາສາຈີນ, ພາສາຫວຽດນາມ ຄຽງຄູ່ກັນແມ່ນຈະພິຈາລະນາເປັນພິເສດ
  • ມີທັກສະໃນການນໍາໃຊ້ຄອມພິວເຕີເປັນຢ່າງດີ
  • ມີທັກສະການວິເຄາະ ແລະ ການແກ້ໄຂບັນຫາທີ່ດີເລີດ
  • ມີຄວາມສາມາດໃນການສື່ສານທີ່ໂດດເດັ່ນ (ເວົ້າ, ຂຽນ, ອ່ານ), ມີທັກສະໃນການນຳສະເໜີ
  • ມີທັກສະການຈັດການອົງກອນ ແລະ ມີຄວາມສາມາດໃນການຈັດການລຳດັບຄວາມສຳຄັນວຽກໄດ້ເປັນຢ່າງດີ
  • ສົນໃຈໃນເທັກໂນໂລຍີໃຫມ່ໆ ແລະ ໂດຍສະເພາະເທັກໂນໂລຍີບລັອກເຊນ
  • ຖ້າຫາກຜູ້ສະໝັກມີຄວາມຮູ້ດ້ານສະກຸນເງິນດີຈີຕອນ (cryptocurrency) ຈະໄດ້ຮັບການພິຈາລະນາເປັນພິເສດ
  • ສາມາດເຮັດວຽກງານພາຍໃຕ້ແຮງກົດດັນໄດ້ ເພື່ອເຮັດໃນວຽກງານບັນລຸເປົ້າໝາຍ.