ປະກາດແຈ້ງການ ຖອນຫຼຽນ BUSD ອອກຈາກກະດານຊື້-ຂາຍ bitqik ໃນວັນທີ 10/10/2023

ອີງຕາມການແຈ້ງການຂອງເຈົ້າຫນ້າທີ່ໃນປະເທດສະຫະລັດອາເມຣິກາ ມີຄຳສັ່ງໃຫ້ ບໍລິສັດ Paxos Trust Co., Ltd ເຊິ່ງເປັນບໍລິສັດຜູ້ອອກຫລຽນ Binance USD (BUSD) ຢຸດການດຳເນີນການອອກຫລຽນເພີ່ມ (Mint) ສົ່ງຜົນໃຫ້ ບໍລິສັດ ທີ່ກ່ຽວຂ້ອງປະກາດຈະຢຸດໃຫ້ບໍລິການຫລຽນດັ່ງກ່າວໃນເດືອນກຸມພາ ປີ 2024 ທີ່ຈະເຖິງນີ້.

ບໍລິສັດ ບິດຄິກ ຈຳກັດຜູ້ດຽວ ທີ່ໃຫ້ບໍລິການສູນຊື້-ຂາຍເງິນຄຣິບໂຕ ເຊິ່ງມີຫລຽນ BUSD ເປີດໃຫ້ຊື້-ຂາຍຢູ່ໃນກະດານ ຈຶ່ງໄດ້ພິຈາລະນາ ແລະ ເຫັນວ່າຄວນຖອນຫລຽນດັ່ງກ່າວອອກຈາກກະດານຊື້-ຂາຍ ເນື່ອງຈາກ ຍິ່ງໃກ້ໄລຍະປິດໂຕຂອງຫລຽນດັ່ງກ່າວ ມີໂອກາດທີ່ຈະເກີດຄວາມຜັນຜວນດ້ານລາຄາ ແລະ ສະຖານະການທີ່ບໍ່ແນ່ນອນ ອາດສົ່ງຜົນກະທົບຕໍ່ນັກລົງທຶນໄດ້, ດັ່ງນັ້ນ ບໍລິສັດ bitqik ຈຶ່ງຂໍປະກາດແຈ້ງການໃຫ້ລູກຄ້າຮັບຊາບດັ່ງລາຍລະອຽດລຸ່ມນີ້:
– bitqik ຈະດຳເນີນການຖອນຫລຽນ BUSD ອອກຈາກຫນ້າກະດານຊື້-ຂາຍ ໃນວັນທີ 10 ຕຸລາ 2023
– ແຈ້ງໃຫ້ລູກຄ້າທີ່ມີຫລຽນ BUSD ໃນກະເປົາ ໃຫ້ດຳເນີນການແລກປ່ຽນເປັນຫລຽນສະກຸນອື່ນ ຫລື ໂອນອອກໄປກະເປົາອື່ນທີ່ຍັງຮອງຮັບຫລຽນດັ່ງກ່າວ
– ພາຍຫລັງທາງບໍລິສັດ ຖອນ BUSD ອອກຈາກຫນ້າກະດານແລ້ວ ລູກຄ້າຈະບໍ່ສາມາດຊື້-ຂາຍ, ແລກປ່ຽນ ຫລືຖອນ BUSD ໄດ້
ຖ້າຫາກລູກຄ້າທ່ານໃດ ມີຄຳຖາມເພີ່ມຕື່ມໃນລາຍລະອຽດ ສາມາດຕິດຕໍ່ສອບຖາມຜ່ານຊ່ອງທາງ bitqik support ໄດ້ຕະຫລອດ 24/7
****ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.
ຊ່ອງທາງການຕິດຕໍ່: bit.ly/bitqikChannels

Comments are disabled.